ທ່ານ ສົມສະອາດ ພີວໂພຈັນ; ອາຍຸ 50 ປີ; ປະຈຸບັນ ຢູ່ບ້ານ ນາບອນ, ເມືອງໂພນໂຮງ, ແຂວງວຽງຈັນ; ເປັນຄອບຄົວຕົວແບບດ້ານການລ້ຽງສັດ ແລະໄດ້ຮັບກຽດຂຶ້ນປະກອບຄໍາເຫັນຕໍ່ກອງປະຊຸມໃຫ່ຍຜູ້ແທນອົງຄະນະພັກແຂວງວຽງຈັນ ຄັ້ງທີ VI ທີ່ຈັດຂຶ້ນລະຫວ່າງວັນທີ 18 -19 ພະຈິກ 2020 ກ່ຽວກັບການລ້ຽງງົວເປັນສິນຄ້າ ວ່າ: ໄລຍະຜ່ານມາຄອບຄົວຂອງລາວແມ່ນຖືເອົາອາຊີບຕົ້ມເຫຼົ້າ ລ້ຽງໝູເປັນຕົ້ນຕໍ, ເຮັດນາເປັນສຳຮອງ ສາມາດສ້າງລາຍຮັບຈຳນວນໜຶ່ງ, ເຮັດໃຫ້ຄອບຄົວກຸ້ມກິນ, ມີສ່ວນແຮໄວ້ ແຕ່ຍັງບໍ່ສາມາດຜະລິດກາຍເປັນສິນຄ້າ ເພື່ອສະໜອງຄວາມຕ້ອງການຂອງຕະຫຼາດ.

ຍ້ອນຄວາມມັກໃນການລ້ຽງສັດ ແລະ ຢາກນຳໃຊ້ເນື້ອທີ່ດິນຂອງຄອບຄົວໃຫ້ເກີດປະໂຫຍດ ຕົນເອງຈື່ງໄດ້ຕັດສີນໃຈຊື້ງົວມາລ້ຽງ, ການລ້ຽງແມ່ນລ້ຽງແບບທຳມະຊາດ ແລະ ຂາຍແກ້ໄຂໃນຄອບ ຄົວ ໝາຍຄວາມວ່າຂາຍງົວພຽງໜຶ່ງໂຕສາມາດມີເງິນລ້ານ ແລະ ແກ້ໄຂພາຍໃນຄອບຄົວໃນເວລາຂັດສົນ. ສະນັ້ນ, ຕົນເອງຈຶ່ງໄດ້ຕັດສີນໃຈຫັນມາລ້ຽງງົວຢ່າງເອົາຈິງເອົາຈັງ.ທ່ານ ສົມສະອາດ ພີວໂພຈັນ ໄດ້ເລີ່ມລ້ຽງງົວແຕ່ປີ 2010 ເປັນຕົ້ນມາ ໃນເບື້ອງຕົ້ນມີງົວ 5 ໂຕ ແລະ ມີເນື້ອທີ່ຄັງລ້ຽງສັດ 1 ເຮັກຕາ, ຍ້ອນການຊອກຮູ້ຮໍ່າຮຽນນຳໝູ່ຄູ່ຜູ້ທີ່ມີປະສົບປະການໃນການລ້ຽງສັດແບບເປັນຟາມ ແລະ ໄດ້ເພີ່ມຈຳນວນງົວດ້ວຍວິທີການຂາຍງົວເຖີກ ແລ້ວຊື້ງົວແມ່ມາທົດແທນ, ການຊື້ງົວກໍແມ່ນໄດ້ຊື້ເທື່ອລະ 1-2 ແມ່ ເລີ່ມຈາກໜ້ອຍໄປຫາຫຼາຍ ແລະ ທັງເຮັດທັງຖອດຖອນບົດຮຽນໄປພ້ອມໆກັນ. ເມື່ອສັດເພີ່ມຂຶ້ນຫຼາຍ ອາຫານສັດພັດບໍ່ພຽງພໍ ຂ້າພະເຈົ້າຈຳເປັນຕ້ອງໄດ້ຂາຍງົວອອກຈຳນວນໜຶ່ງ ແລ້ວຊື້ເນື້ອທີ່ເພີ່ມຕື່ມ, ການຊື້ແມ່ນຊື້ເທື່ອລະເລັກ ລະໜ້ອຍ ແລະ ປູກຫຍ້າໄປພ້ອມໆກັນ.

ມາຮອດປີ 2016 ຄອບຄົວທ່ານສົມສະອາດ ພີວໂພຈັນ ມີງົວທັງໝົດ 45 ໂຕ (ມີໂຕຜູ້ 9 ໂຕ; ໂຕແມ່ 20 ໂຕ ແລະ ມີງົວນ້ອຍ 16 ໂຕ); ເນື້ອທີ່ຄັງປູກຫຍ້າ 5 ເຮັກຕາ, ແຕ່ອາຫານສຳລັບສັດພັດບໍ່ພຽງພໍ, ມິຄວາມຫຍຸ້ງຍາກໃນການບໍລິຫານຈັດການ, ແຮງງານບໍ່ພຽງພໍໃນການຕິດຕາມ ດູແລຮັກສາ ສາເຫດກໍຍ້ອນບໍ່ມີປະສົບການໃນການລ້ຽງສັດຈຳນວນຫຼາຍແບບນີ້.

ໂດຍໄດ້ຮັບການຊີ້ນຳຢ່າງໃກ້ຊິດຕິດແທດ ຈາກວິຊາການຂັ້ນເມືອງ, ຂັ້ນແຂວງ, ບວກກັບຄວາມຕັດສີນໃຈສູງຂອງ ທ່ານສົມສະອາດ ພີວໂພຈັນ ຈຶ່ງໄດ້ລົງມືປຸກຫຍ້າ ເພື່ອເປັນອາຫານສັດ ແລ້ວຕັດມາໃຫ້ສັດກິນ ເພື່ອປະຢັດແຮງງານ ແລະ ຫຍ້າກໍສາມາດຂະຫຍາຍຕົວໄດ້ດີ ພຽງພໍກັບສັດລ້ຽງຈຳນວນຫຼາຍ,ພ້ອມກັນນັ້ນກໍໄດ້ ເກັບມ້ຽນເຟືອງແຫ້ງໄວ້ໃຫ້ງົວໃນລະດູຫຍ້າມີໜ້ອຍ, ນອກຈາກນັ້ນຍັງໄດ້ເຈາະນ້ຳບາດານ ເພື່ອເປັນແຫຼ່ງນ້ຳສຳລັບຫົດຫຍ້າໃນລະດູແລ້ງ ດ້ວຍຫົວສິດຢ່າງເປັນລະບົບ. ພ້ອມນັ້ນຍັງໄດ້ປຸກຫຍ້າ (ຫຍ້າລູຊີ) ເພື່ອປ່ອຍໃຫ້ສັດກິນ ແລະ ສ້າງເງື່ອນໄຂໃຫ້ສັດໄດ້ອອກກຳລັງກາຍໂດຍໄດ້ປ່ອຍໃຫ້ສັດອອກກິນຫຍ້າຕາມເດີ່ນສອງ-ສາມຄັ້ງຕໍ່ອາທິດ, ນອກຈາກຫຍ້າເປັນອາຫານສຳລັບສັດແລ້ວ ຍັງໄດ້ນຳໃຊ້ຂີ້ເຫຼົ້າເພື່ອເປັນອາຫານເສີມຕື່ມອີກ; ເພື່ອເປັນການຮັກສາສຸຂະພາບຂອງສັດ ທຸກໆປີໄດ້ສັກຢາກັນພະຍາດສັດ 2 ຄັ້ງຄື: ຕົ້ນລະດູຝົນ ແລະ ຕົ້ນລະດູໜາວ.

ຍ້ອນສະພາບພື້ນທີ່ຄັງລ້ຽງສັດປັນພື້ນທີ່ຂ້ອນຂ້າງຮາບພຽງ ທ່ານສົມສະອາດ ພີວໂພຈັນ ຈື່ງໄດ້ຈັດແບ່ງພື້ນທີ່ເຂດໂນນ ປຸກຫຍ້າລູຊີ່ ເພື່ອປ່ອຍໃຫ້ສັດກິນ, ພື້ນທີ່ໆຕ່ຳໄດ້ປູກຫຍ້າເນເປຍ ເພື່ອຕັດໃຫ້ສັດກິນ, ລະບົບນ້ຳໃຫ້ສັດກິນແມ່ນໄດ້ເຮັດອ່າງນ້ຳຢູ່ໃນຄອກ ເພື່ອສະດວກເວລາປ່ອຍສັດອອກໄປກິນຫຍ້າແລ້ວເວລາກັບມາໄດ້ກິນນ້ຳຢູ່ໃນຄອກຕາມກຳນົດເວລາ.

ສັງລວມແລ້ວ ການລ້ຽງງົວ ເປັນທາງເລືອກທີ່ດີອັ່ນໜຶ່ງຂອງຄອບຄົວຂ້າພະເຈົ້າ ຍ້ອນວ່າການລ້ຽງງົວແມ່ນລົງທືນເທື່ອດຽວ ແຕ່ມີຜົນໄດ້ຮັບທີ່ສູງ (ອາດເວົ້າໄດ້ວ່າເປັນການເກັບອອມເງີນໄປໃນຕົວ) ອີກດ້ານໜື່ງຊີ້ນງົວກໍແມ່ນອາຫານທີ່ຄົນລາວນິຍົມກັນບໍລິໂພກ, ເວລາມີຄວາມຈຳເປັນຕ້ອງການຈຳໜ່າຍງົວກໍງ່າຍ ແລະ ໄດ້ລາຄາດີ.

ມາເຖີງປະຈຸບັນ ຂ້າພະເຈົ້າມີງົວ 65 ໂຕ, ມີເນື້ອທີ່ປຸກຫຍ້າ 5 ເຮັກຕາ, ຈາກການຂາຍສັດໃນແຕ່ລະປີສາມາດສ້າງລາຍຮັບ 50 ລ້ານກີບ, ຈຳນວນງົວນັບມື້ນັບເພີ່ມຂື້ນ ນອກຈາກນັ້ນຍັງໄດ້ຂາຍຫຍ້າໃນແຕ່ລະປີໄດ້ 20 ລ້ານກີບ ຊື່ງຊ່ວຍປັບປຸງຊີວິດການເປັນຢູ່ໃນຄອບຄົວໃຫ້ນັບມື້ດີຂື້ນ. ຕົ້ນປີ 2020 ຂະແໜງລ້ຽງສັດ ແລະ ການປະມົງ, ພະແນກກະສິກຳ ແລະ ປ່າໄມ້ແຂວງໄດ້ນຳພາສ້າງຕັ້ງກຸ່ມລ້ຽງສັດໃຫຍ່ມີສະມາຊິກ 8 ຄອບຄົວ, ມີງົວທັງໝົດ 188 ໂຕ, ສວນປູກຫຍ້າເປັນອາຫານສັດ 29 ເຮັກຕາ, ມີກົນຈັກກະສິກຳຮັບໃຊ້, ກຸ່ມລ້ຽງສັດໃຫຍ່ໄດ້ມີແຜນການຈະລ້ຽງງົວສະໜອງເປັນສິນຄ້າພາຍໃນ ແລະ ສົ່ງອອກໄປຕ່າງປະເທດໃນຕໍ່ໜ້າ.

ຜ່ານມາມີຜູ້ແທນ , ວິຊາການຫລາຍຄະນະ ຈາກພາຍໃນແລະຕ່າງປະເທດ, ມາຢ້ຽມຢາມ ຊຸກຍູ້ ຊີ້ນຳຕິດຕາມຢ່າງເປັນປະຈຳ ພິເສດໃນທ້າຍປີ 2019 ທ່ານເຈົ້າແຂວງໆວຽງຈັນ ພ້ອມດ້ວຍຄະນະທີມງານ ກໍໄດ້ລົງໄປຢ້ຽມຢາມເຮັດໃຫ້ຄອບຄົວມີຄວາມກະຕືລືລົ້ນ ມີກຳລັງໃຈໃນການຈັດຕັ້ງປະຕິບັດວຽກງານ ເພື່ອພັດທະນາຄອບຄົວຢ່າງບໍ່ຢຸດຢັ້ງ ບໍ່ຮູ້ອິດຮູ້ເມື່ອຍ. ຂ້າພະເຈົ້າ ສຸດທີ່ພາກພູມໃຈ ເປັນຢ່າງຍິ່ງ ທີ່ໄດ້ປະກອບສ່ວນສະຕິປັນຍາ ເຫື່ອ ແຮງເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງກໍຄືການສົ່ງເສີມການຜະ ລິດເປັນສິນຄ້າ.

ໃນຕໍ່ໜ້າອີງໃສ່ ຄວາມຮຽກຮ້ອງຕ້ອງການຂອງສັງຄົມແລ້ວ ຂ້າພະເຈົ້າ ຍັງມີຄວາມຈຳເປັນຕ້ອງໄດ້ ເພີ່ມສາມະຊິກພາຍໃນກຸ່ມ ແລະ ຂະຫຍາຍຝູງສັດດ້ວຍເຕັກນິກ ການປະສົມພັນທຽມ, ການປຸງແຕ່ງອາຫານສັດ ແລະ ເຂົ້າຮັບການຝຶກອົບຮົມ ແລກປ່ຽນບົດຮຽນ ປະສົບປະການທາງດ້ານເຕັກ ນິກວິຊາການອັນໃໝ່ໆຕື່ມອີກ ເພື່ອນຳເອົາບົດຮຽນ ມາໝູນໃຊ້ເຂົ້າໃນການລ້ຽງສັດຂອງຕົນ ແລະ ພ້ອມແລ້ວທີ່ຈະເຜີຍແຜ່ບົດຮຽນ ປະສົບປະການໃຫ້ແກ່ຄອບຄົວອື່ນ ເພື່ອນຳໄປຈັດຕັ້ງປະ ຕິບັດໃນຕໍ່ໜ້າ.

ໂດຍ: ຄໍາກອງ ກິດຕິຄຸນ

LEAVE A REPLY

Please enter your comment!
Please enter your name here