ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ແຂວງວຽງຈັນ ຄັ້ງທີ VI ໄຂຂຶ້ນຢ່າງເປັນທາງການໃນວັນທີ 18 ພະຈິກ 2020 ທີ່ຫ້ອງປະຊຸມໃຫຍ່ຂອງແຂວງ ພາຍໃຕ້ການເປັນປະທານຂອງ ສະຫາຍ ຄໍາພັນ ສິດທິດໍາພາ, ກໍາມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງວຽງຈັນ. ມີ ສະຫາຍ ຈັນສີ ໂພສີຄໍາ ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ ພ້ອມດ້ວຍບັນດາສະຫາຍພະນັກງານປະຕິວັດອາວຸໂສ, ຜູ້ແທນສົມບູນ 257 ສະຫາຍ, ຍິງ 35 ສະຫາຍ ທີ່ເປັນຕົວແທນໃຫ້ແກ່ສະມາຊິກພັກທັງໝົດ 19.728 ສະຫາຍ ໃນທົ່ວແຂວງ ແລະ ແຂກຖຶກເຊີນເຂົ້າຮວ່ມ.

ກອງປະຊຸມຄັ້ງນີ້ ຈະໄດ້ພ້ອມກັນທົບທວນ ຫວນຄືນຜົນສໍາເລັດໃນການຈັດ ຕັ້ງປະຕິບັດແນວທາງນະໂຍ ບາຍຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກແຂວງ ໃນໄລຍະ 5 ປີຜ່ານມາ, ສະຫຼຸບສັງລວມ, ຖອດຖອດບົດຮຽນທີ່ສຳຄັນ ແລະ ຈະໄດ້ພ້ອມກັນຄົ້ນຄ້ວາຕົກລົງຢ່າງເປັນເອກະສັນຮັບຮອງເອົາທິດທາງ, ໜ້າທີ່ສະເພາະໜ້າ (2021-2025), ພ້ອມນີ້ ກອງປະຊຸມ ຈະໄດ້ປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານພັກແຂວງຊຸດໃໝ່ ເພື່ອສືບຕໍ່ຊີ້ນຳ-ນຳພາແຂວງວຽງຈັນຕໍ່ໄປ ແລະ ປ່ອນບັດເລືອກຕັ້ງເອົາຜູ້ແທນສົມບູນຂອງແຂວງ ເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ ຄັ້ງທີXI ຂອງພັກທີ່ຈະໄຂຂຶ້ນໃນຕໍ່ໜ້ານີ້. ນອກຈາກນີ້ ຈະໄດ້ຮັບຟັງການໂອ້ລົມເພື່ອຊີ້ທິດເຍືອງທາງຈາກ ສະຫາຍ ຈັນສີ ໂພສີຄໍາ ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ ຜູ້ຊີ້ນຳແຂວງວຽງຈັນ ຕື່ມອີກ.

ໃນບົດລາຍງານການເມືອງຂອງກອງປະຊຸມທີ່ສະເໜີໂດຍ ສະຫາຍ ຄໍາພັນ ສິດທິດໍາພາ ໄດ້ຍົກໃຫ້ເຫັນຜ່ານການຊີ້ນໍາ-ນໍາພາ ແລະ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກແຂວງ ແລະ ແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ ຕະຫລອດໄລຍະ 5 ປີ ຜ່ານມາ ເຮັດໃຫ້ທົ່ວແຂວງມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບ ຮ້ອຍໂດຍພື້ນຖານ, ເສດຖະ ກິດພາຍຂອງແຂວງ ຂະຫຍາຍຕົວໃນຈັງຫວະທີ່ດີ, ລວມຍອດຜະລິດຕະພັນພາຍໃນ (GDP) ເພີ່ມຂຶ້ນໂດຍສະເລ່ຍ 7,3% ຕໍ່ປີ, ໃນນີ້ ສະເພາະປີ 2020 GDP ຕໍ່ຫົວຄົນບັນລຸໄດ້ 17,72 ລ້ານກີບ ຫຼື ເທົ່າກັບ 1.995 ໂດລາສະຫະລັດ, ທຽບໃສ່ປີ 2015 ເພີ່ມຂຶ້ນ 445 ໂດລາສະຫະລັດ, ເທົ່າກັບ 28,7%. ໄດ້ດໍາເນີນຫຼາຍມາດຕະການກະຕຸ້ນເສດຖະກິດ ຕິດພັນກັບການປັບປຸງກໍ່ສ້າງພື້ນຖານໂຄງລ່າງ ເຊັ່ນ: ຄົມມະນາຄົມ, ຊົນລະປະທານ, ໄຟຟ້າ, ໂທລະຄົມມະນາຄົມ ເປັນປັດໄຈພື້ນຖານການພັດທະນາ, ການຜະລິດກະສິກໍາເປັນສິນຄ້າ ໄດ້ຮັບການຊກຍູ້ສົ່ງ ເສີມຢ່າງແຂງແຮງ ແລະ ກວ້າງຂວາງ ໂດຍໄດ້ກໍ່ສ້າງ ແລະ ປັບປຸງລະບົບຊົນລະປະ ທານ, ນໍາໃຊ້ເຕັກນິກວິຊາການເຂົ້າໃນການຜະລິດເຮັດໃຫ້ເນື້ອທີ່ນາເພີ່ມຂຶ້ນ, ສະມັດ ຕະພາບການຜະລິດ ສະເລ່ຍ 4,25 ໂຕນຕໍ່ເຮັກຕາ, ສະເລ່ຍ 610 ກິໂລຕໍ່ຄົນຕໍ່ປີ, ມີເຂົ້າກຸ້ມກິນ ແລະ ຂາຍເປັນສິນຄ້າ, ພົ້ນເດັ່ນ ແມ່ນການປູກພືດກະສິກໍາສະອາດ, ກະສິກໍາອິນຊີໃນເຮືອນຮົ່ມຢູ່ເມືອງທຸລະຄົມ, ການລ້ຽງສັດປະເພດຕ່າງໆ ຢູ່ແຕ່ລະເມືອງຂອງປະຊາຊົນແບບກະແຈກກະຈາຍ ຫັນມາລ້ຽງແບບເປັນກຸ່ມ ແລະ ເປັນຟາມ.

ດ້ານໂຍທາທິການ ແລະ ຂົນສົ່ງ: ພົ້ນເດັ່ນແມ່ນສໍາເລັດການກໍ່ສ້າງເສັ້ນທາງເບຕົງ ໂພນໝີ-ໂພນໂຮງ, ປູຢາງໂພນໝີ-ທ່າລາດ, ປາກແຈ້ງ-ນາໂພ, ນານົກຂຸ້ມ-ນາໄຊ. ສຸມໃສ່ກໍ່ສ້າງເສັ້ນທາງຫີນເຫີບ-ບ້ານວັງ, ບ້ານຈຽງ-ເມືອງແມດ. ໄດ້ເອົາໃສ່ປັບປຸງກໍ່ສ້າງພື້ນຖານໂຄງລ່າງດ້ານຄົມມະນາຄົມທົ່ວເຖິງຊົນນະບົດຫ່າງໄກສອກຫຼີກ,ປັບປຸງກໍ່ສ້າງເສັ້ນທາງໃນຕົວເມືອງ, ທາງເຊື່ອມຕໍ່ລະຫວ່າງແຂວງຫາເມືອງ, ເມືອງຫາບ້ານ, 70% ຂອງເສັ້ນທາງທຽວໄດ້ສະດວກຕະຫຼອດປີ.

ດ້ານພະລັງງານ ແລະ ບໍ່ແຮ່: ການພັດທະນາໄຟຟ້າ ແລະ ການຫັນເປັນໄຟຟ້າໃນທົ່ວແຂວງໄດ້ມີການຫັນປ່ຽນໃໝ່ ແລະ ມີຜົນສຳເລັດ. ສໍາເລັດການກໍ່ສ້າງເຂື່ອນໄຟຟ້ານໍ້າລີກ 1 ກຳລັງການຜະລິດ 64,7 MW, ນໍ້າໄພກຳລັງການຜະລິດ 2,63 MW ແລະ ພາກຂະຫຍາຍເບີ 7-8 ເຂື່ອນນໍ້າງື່ມ 1 ກໍາລັງການຜະລິດ 80MW,ຂະຫຍາຍລະບົບຕາຄ່າຍໄຟຟ້າທົ່ວແຂວງ ອັນໄດ້ເຮັດໃຫ້ປະຊາຊົນໄດ້ຊົມໃຊ້ໄຟຟ້າເຖິງ 100% ຂອງຈຳນວນບ້ານໃນທົ່ວແຂວງ,ຄອບຄົວໄດ້ຊົມໃຊ້ໄຟຟ້າ ກວມເອົາ99,01%, ທຽບໃສ່ 2015 ເພີ່ມຂຶ້ນ 2,59%.

ດ້ານສາທາລະນະສຸກ: ພົ້ນເດັ່ນທີ່ເປັນໜ້າພາກພູມໃຈ ແມ່ນການສະກັດກັ້ນແລະ ຄວບຄຸມການລະບາດຂອງເຊື້ອພະຍາດຈຸລະໂລກອັກເສບປອດສາຍພັນໃໝ່ (ໂຄວິດ-19) ດ້ວຍຄວາມເປັນເຈົ້າການສູງທົ່ວສັງຄົມ ເຮັດໃຫ້ແຂວງວຽງຈັນບໍ່ມີຜູ້ຕິດເຊື້ອ. ໂຄງການສັກຢາ ແລະ ຢອດຢາກັນພະຍາດໃຫ້ເດັກຕໍ່າກວ່າ 1 ປີ ປະຕິບັດໄດ້ 97% ຂອງກຸ່ມເປົ້າໝາຍ. ປະຊາຊົນໄດ້ໃຊ້ນ້ຳສະອາດກວມ 85%,ໃຊ້ວິດຖ່າຍ 93,12%, ເພີ່ມຂຶ້ນ13,12% ສ້າງບ້ານສາທາລະນະສຸກແບບຢ່າງກວມ 90,75%, ທຽບໃສ່ 2015 ເພີ່ມຂຶ້ນ 8,75%, ປະຊາຊົນເຂົ້າເຖິງປະກັນສຸຂະພາບ ເຮັດໃຫ້ອາຍຸຍືນສະເລ່ຍຈາກ 62 ປີ ມາເປັນ 73 ປີ.

ດ້ານວັດທະນະທຳ ແລະ ທ່ອງທ່ຽວ: ສ້າງບ້ານວັດທະນະທໍາໄດ້ແລ້ວກວມ 91,7%, ຄອບຄົວວັດທະນະທໍາ ກວມ 72,14%. ຟື້ນຟູສິລະປະວັນນະຄະດີພື້ນເມືອງ, ອະນຸລັກ ວັດຖຸບູຮານ, ປູສະນິຍະສະຖານ, ສະຖານທີ່ທ່ອງທ່ຽວທຳມະຊາດ, ປະຫວັດ ສາດ ໃຫ້ຄົງຄວາມສວຍງາມ, ຝຶກອົບຮົມຜູ້ປະກອບການທ່ອງທ່ຽວ, ເປີດປີທ່ອງ ທ່ຽວ ແລະ ວາງສະແດງສິນຄ້າຮ່ວມກັບ ສປ ຈີນ ເຮັດໃຫ້ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ມາທ່ອງທ່ຽວແຂວງວຽງຈັນ 5 ປີ ບັນລຸ 3,12 ລ້ານ ເທື່ອຄົນ ສາ ມາດສ້າງລາຍຮັບໄດ້ 1.014 ຕື້ກີບ, ພົ້ນເດັ່ນແມ່ນ ເມືອງວັງວຽງ, ເຂື່ອນນ້ໍາງື່ມ 1 ເມືອງແກ້ວອຸດົມ, ແດນສະຫວັນລີສອດ ເມືອງທຸລະຄົມ ແລະ ເມືອງອື່ນໆ.

ດ້ານວຽກງານກໍ່ສ້າງຮາກຖານການເມືອງ ພັດທະນາຊົນນະບົດຮອບດ້ານ ແລະ ວຽກ 3 ສ້າງ: ໃນຊຸມປີ ຜ່ານມາ ໄດ້ກຳນົດເອົາ ບ້ານລ້ອງໝາກຄາຍ, ຜາຫຼັກ, ຜາເຈົ້າ ເມືອງກາສີ ເປັນຈຸດສຸມຈັດສັນພູມລຳເນົາ; ບ້ານເມືອງຄີ່ ເມືອງແມດ, ບ້ານຜາສັງ ເມືອງເຟືອງ ແລະ ບ້ານຜາບ່ອງ ເມືອງຫີນເຫີບສ້າງໃຫ້ກາຍເປັນສີສັນຕົວເມືອງຢູ່ຊົນນະບົດ ມາຮອດປະຈຸບັນ ສາມາດສ້າງພື້ນຖານໂຄງລ່າງເບື້ອງຕົ້ນຈຳນວນໜຶ່ງຢູ່ເຂດດັ່ງກ່າວ. ການສ້າງຄອບຄົວຕົວແບບ ແລະ ບ້ານແບບຢ່າງ ເພື່ອໃຫ້ກາຍເປັນບ້ານພັດທະນາເພີ່ມຂຶ້ນ,ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ໄດ້ຮັບການຍົກສູງຂຶ້ນ,ຄວາມທຸກຍາກຕາມດຳລັດ 309/ລບ ຫຼຸດລົງຢ່າງຈະແຈ້ງ. ປະຈຸບັນບ້ານທຸກຍາກຍັງ 1 ບ້ານ, ເທົ່າກັບ 0,3% ຂອງບ້ານທັງໝົດ, ທຽບໃສ່ປີ 2015 ຫຼຸດລົງ 13 ບ້ານ, ຄອບຄົວທຸກຍາກຍັງ 692 ຄອບຄົວ, ເທົ່າກັບ 0,75% ຂອງຄອບ ຄົວທັງໝົດ, ທຽບໃສ່ 2015 ຫຼຸດລົງ 42,85%.

ນອກຈາກນີ້ ສະຫາຍ ຄໍາພັນ ສິດທິດໍາພາ ຍັງໄດ້ຍົກໃຫ້ເຫັນຜົນງານພົ້ນເດັ່ນໃນຫລາຍດ້ານ, ລວມເຖິງບັນດາຈຸດອ່ອນຂໍ້ຄົງຄ້າງທີ່ຈະຕ້ອງໄດ້ສືບຕໍ່ແກ້ໄຂໃນຕໍ່ໜ້າ, ລວມເຖິງບັນດາທິດທາງໜ້າທີ່ຈຸດສຸມ, ທິດທາງລະອຽດແຕ່ລະດ້ານ 5 ປີຕໍ່ໜ້າ (2021-2025) ຕື່ມອີກ. ສໍາລັບກອງປະຊະໃຫຍ່ຜູ້ແທນອົງຄະນະພັກ ແຂວງວຽງຈັນ ຄັ້ງທີ VI ຈະດໍາເນີນເປັນເວລາສອງວັນຈີ່ງຈະສໍາເລັດ.

ຂ່າວ: ບຸນຕຽງ ຈັນທະວົງ

ພາບ: ຄຳກອງ ກິດຕິຄຸນ

Leave a Reply

Your email address will not be published. Required fields are marked *