ເພື່ອເປັນການປັບປຸງແກ້ໄຂລະບົບພື້ນຖານໂຄງລ່າງດ້ານຕ່າງໆພາຍໃນເມືອງ ໂດຍສະເພາະກໍ່ແມ່ນບັນດາຖະໜົນຫົນທາງ ແລະ ຂົວໃຫ້ມີການພັດທະນາທີ່ດີຂຶ້ນກວ່າເກົ່າ. ດັ່ງນັ້ນ, ມາໃນຕອນເຊົ້າຂອງວັນທີ 13 ພະຈິກ ປີ 2020 ຜ່ານມານີ້ ທາງການນໍາ ແລະ ພາກສ່ວນທີ່ກ່ຽວຂ້ອງຂອງທັງ 2 ເມືອງຄື : ເມືອງວິລະບູລີ ແລະ ເມືອງພີນ ຂອງແຂວງສະຫວັນນະເຂດ ເຊິ່ງນໍາໂດຍ ທ່ານ ຄໍາຜຸຍ ສີບຸນເຮືອງ ກໍາມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງວິລະບູລີ, ທ່ານ ສາລີ ວິນລາວັນ ເລຂາພັກເມືອງ ເຈົ້າເມືອງໆ ພີນ ພ້ອມດ້ວຍທ່ານ ຮອງເຈົ້າເມືອງ, ຫ້ອງການໂຍທາທິການ ແລະ ຂົນສົ່ງ, ຫ້ອງການແຜນການ ແລະ ການລົງທຶນ, ຫ້ອງວ່າການເມືອງ, ວິຊາການຂະແໜງການທີ່ກ່ຽວຂ້ອງ ແລະ ອໍານາດການປົກຄອງບ້ານໂນນສໍາລານ ແລະ ບ້ານຫ້ວຍຊາຍ ໄດ້ພ້ອມກັນລົງສໍາຫຼວດເບິ່ງສະຖານທີ່ຕົວຈິງຂົວຈົມຫ້ວຍອາໂລມທີ່ເປ່ເພ ເຊິ່ງແມ່ນເຂດແດນລະຫວ່າງບ້ານ ໂນນສໍາລານ ເມືອງວິລະບູລີ ແລະ ບ້ານ ຫ້ວຍຊາຍ ເມືອງພີນ ແຂວງສະຫວັນນະເຂດທັງນີ້ກໍ່ເພື່ອເປັນການເກັບກໍາຂໍ້ມູນລະອຽດແລ້ວຈະໄດ້ຂຶ້ນແຜນກໍ່ສ້າງຂົວໃໝ່ທີ່ແໜ້ນໜາ ແທນຂົວເກົ່າທີ່ເປ່ເພໃນລະດູຝົນທີ່ຜ່ານມາ.

.

.

ຂົວຈົມຫ້ວຍອາໂລມທີ່ນໍາໃຊ້ຜ່ານມາເປັນຂົວນໍ້າລົ້ນ, ສ້າງຂຶ້ນໃນປີ 2008 ເຊິ່ງມີຄວາມຍາວປະມານ 20 ແມັດ, ກວ້າງ 5 ແມັດ, ສູງ 2 ແມັດ ເຮັດດ້ວຍເບຕົງເສີມເຫຼັກ ແລະ ໃນລະດູຝົນຜ່ານມາແມ່ນໄດ້ມີຝົນຕົກໜັກ ເຮັດໃຫ້ນໍ້າໄຫຼແຮງ ແລະ ເກີດໄພນໍ້າຖ້ວມໃນຫຼາຍບ້ານຂອງເມືອງວິລະບູລີ ຈຶ່ງເຮັດໃຫ້ຖະໜົນຫົນທາງຫຼາຍສາຍ ແລະ ຂົວຫຼາຍແຫ່ງໄດ້ເປ່ເພເສຍຫາຍ ເຊິ່ງວ່າຂົວຈົມຫ້ວຍອາໂລມກໍ່ແມ່ນຈຸດໜຶ່ງທີ່ເປ່ເພຢ່າງໜັກ ໃຊ້ສັນຈອນໄປມາບໍ່ໄດ້. ເຊິ່ງຜ່ານການເກັບກໍາຂໍ້ມູນຕົວຈິງໃນຄັ້ງນີ້ ການນໍາຂອງທັງ 2 ເມືອງກໍ່ໄດ້ເຫັນດີເປັນເອກະພາບກັນທີ່ຈະຕ້ອງໄດ້ສ້າງຂົວໃໝ່ທີ່ໄດ້ມາດຖານ ແລະ ແໜ້ນໜາກວ່າເກົ່າ ພ້ອມທັງໄດ້ປະເມີນລາຄາທີ່ຈະໃຊ້ເຂົ້າໃນການກໍ່ສ້າງຂົວແຫ່ງນີ້ ໃນເບື້້ອງຕົ້ນແມ່ນປະມານ 700 ລ້ານກວ່າກີບ ແລະ ຈະໄດ້ເຮັດໃນຮູບແບບການປະກອບສ່ວນຂອງຊຸມຊົນໂດຍເພາະກໍ່ແມ່ນອໍານາດປົກຄອງ ແລະ ປະຊາຊົນພາຍໃນບ້ານ ໂນນສໍາລານ ແລະ ບ້ານຫ້ວຍຊາຍ ທີ່ມີເຂດແດນຕໍ່ກັນ.

.

ຈາກນັ້ນການນໍາຂອງທັງ 2 ເມືອງພ້ອມດ້ວຍພາກທີ່ກ່ຽວຂ້ອງກໍ່ໄດ້ເຮັດບົດບັນທຶກຄວາມເຂົ້າໃຈຮ່ວມກັນ ແລະ ໄດ້ມອບໃຫ້ການຫ້ອງການໂຍທາທິການ ແລະ ຂົນສົ່ງທັງ 2 ເມືອງໄດ້ນໍາໄປອອກແບບຄິດໄລ່ຕາມຫຼັກວິຊາການໃຫ້ລະອຽດຂຶ້ນຕື່ມ; ທັງນີ້ກໍ່ເພື່ອເປັນການເຮັດໃຫ້ການສັນຈອນໄປມາຫາສູ່ກັນ, ການແລກປ່ຽນຄ້າຂາຍຂົນສົ່ງສິນຄ້າ ລະຫວ່າງທັງ 2 ເມືອງໄດ້ມີຄວາມສະດວກຂຶ້ນກວ່າເກົ່າ.

Leave a Reply

Your email address will not be published. Required fields are marked *