ໃນວັນທີ 16 ພະຈິກ 2020 ນີ້ທີ່ພະແນກສາທາລະນະສຸກແຂວງໄຊຍະບູລີ ໄດ້ມີພິທີມອບລົດ ແລະ ອຸປະກອນຮັບໃຊ້ດ້ານວິຊາການ ໂດຍ ທ່ານ ດຣ ນາງ ພອນນາລີ ຈິດຕະມະນີ ຫົວໜ້າສູນຄວບຄຸມວັນນະໂລກ ພ້ອມຄະນະໄດ້ນໍາເອົາລົດກະບະ, ຍີ້ຫໍ້ມັດສະດາ, ລຸ້ນ BT-50 ສີປອນເງິນ, ເລກທະບຽນ ກກ 7693 ພ້ອມດ້ວຍຄອມພິວເຕີໂນດບຸກ 1 ເຄື່ອງ ລວມມູນຄ່າ 176 ກວ່າລ້ານກີບ ມາມອບໃຫ້ພະແນກສາທາລະນະສຸກແຂວງໄຊຍະບູລີ ເຊິ່ງກ່າວຮັບໂດຍ ທ່ານ ດຣ ນາງ ໄກຍະສອນ ສີດາ ຫົວໜ້າພະແນກສາທາລະນະສຸກແຂວງ ໂດຍຊ່ອງໜ້າພະນັກງານວິຊາການທັງສອງຝ່າຍ.

ຈຸດປະສົງ ການມອບລົດໃຫ້ຄັ້ງນີ້ ກໍ່ເພື່ອນໍາລົດໄປຮັບໃຊ້ຢູ່ວຽກງານສາທາລະນະສຸກ ເວົ້າລວມເວົ້າສະເພາະວຽກງານຄວບຄຸມວັນນະໂລກ, ຮັບໃຊ້ເຂົ້າໃນການລົງຕິດຕາມ, ຊຸກຍູ້, ລົງຊອກຄົ້ນຫາຄົນເຈັບວັນນະໂລກກັບທີ່ ແລະ ນໍາໃຊ້ວຽກງານຕົວຈິງຢູ່ໜ່ວຍງານວັນນະໂລກຂັ້ນແຂວງ. ພ້ອມດຽວກັນນີ້ ທ່ານ ດຣ ນາງ ໄກຍະສອນ ສີດາ ຫົວໜ້າພະແນກສາທາລະນະສຸກແຂວງ ກໍ່ໄດ້ກ່າວຂອບໃຈມາຍັງທ່ານຫົວໜ້າສູນຄວບຄຸມວັນນະໂລກພ້ອມຄະນະ ທີ່ນໍາລົດມາມອບໃຫ້ຄັ້ງນີ້ ພ້ອມທັງໃຫ້ຄໍາໝັ້ນວ່າ: ຈະນໍາໃຊ້ລົດດັ່ງກ່າວໃຫ້ເກີດປະໂຫຍດສູງສຸດ ໂດຍສະເພາະແມ່ນນໍາໃຊ້ເຂົ້າໃນວຽກງານຄວບຄຸມວັນນະໂລກ ແລະ ຈະພ້ອມກັນບູລະນະຮັກສາລົດໃຫ້ນໍາໃຊ້ໄດ້ຍາວນານທີ່ສຸດ.
ຂ່າວ: ມະໄລວັນ.