ນະຄອນຫຼວງວຽງຈັນ: ລາຍງານຈາກ 1623 ໃຫ້ຮູ້ວ່າ ວັນທີ16/11/2020 ເວລາ 22:14 ໂມງ. ໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສ ປປ ລາວ ໄດ້ຮັບແຈ້ງເຫດເຂົ້າເບີໂທສຸກເສີນ 1623 ວ່າມີເຫດລົດກະບະຕຳລົດຈັກ

ຈຸດເກີດເຫດແມ່ນເສັ້ນທາງ ບ້ານ ໃໝ່, ນະຄອນຫຼວງວຽງຈັນ. ໜ່ວຍກູ້ໄພ 1623 ອອກກວດສອບເຫດພົບວ່າມີຄົນເສຍຊີວິດ 1 ຄົນ.

ເພດຊາຍອາຍຸ 37 ປີ ອາຊີບປະຊາຊົນ ບ້ານສີດຳນວນ ເມືອງ ຈັນທະບູລີ ນະຄອນຫລວງວຽງຈັນ. ອາການເບື້ອງຕົ້ນແມ່ນມີຂາຫັກກະທົບ, ຖືກລົດຢຽບ.

ທາງກູ້ໄພຈິ່ງປະສານກັບ ເຈົ້າໜ້າທີ່ກ່ຽວຂ້ອງ ແລະ ມ້ຽນສົບສົ່ງໃຫ້ຍາດພີ່ນ້ອງ. ສ່ວນສາເຫດຂອງອຸບັດຕິເຫດ ເຈົ້າໜ້າທີ່ກ່ຽວຂ້ອງຈະກວດສອບແລະດໍາເນີນໄປຕາມຂັ້ນຕອນກົດໝາຍ.

ບາດເຈັບສຸກເສີນໂທແຈ້ງທີ່ເບີ 1623 ຕະຫຼອດ 24 ຊົ່ວໂມງ.