ພິທີມອບ-ຮັບ ເຄື່ອງຊ່ວຍເຫຼືອອຸປະກອນການແພດ ຈາກລັດຖະບານ ແລະ ປະຊາຊົນ ແຫ່ງ ຣາຊະອານາຈັກກຳປູເຈຍ ໃຫ້ແກ່ ສປປ ລາວ ເພື່ອປ້ອງກັນ ແລະ ຕ້ານພະຍາດໂຄວິດ-19 ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 16 ພະຈິກ 2020, ທີ່ອາຄານກຽດຕິຍົດ, ສະໜາມບິນສາກົນວັດໄຕ, ນະຄອນຫຼວງວຽງຈັນ




ມອບໂດຍ ສົມເດັດ ປີໄຈ ເສນາເຕຍບັນ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ຣາຊະອາຈັກກຳປູເຈຍ ແລະ ຮັບ ໂດຍ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ມີບັນດາທ່ານລັດຖະມົນຕີກະຊວງກ່ຽວຂ້ອງ ພ້ອມການນຳທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.

