ໃນວັນທີ 11 ພະຈິກ 2020 ນີ້, ຂະແໜງລ້ຽງສັດ ແລະການປະມົງ ພະແນກກະ ສິກກໍາ ແລະປ່າໄມ້ແຂວງສະ ຫວັນນະເຂດ ໄດ້ຈັດພິທີສັກຢາ ກັນພະຍາດສັດແຫ່ງຊາດທີ່ ເດີ່ນເຕະບານບ້ານທ່າສະລາ ຄໍາ ເມືອງທ່າປາງທອງ, ໃຫ້ ກຽດເປັນປະທານໃນພິທີ ໂດຍ ທ່ານ ທ່ອນແກ້ວ ພຸດທະໄກຍະ ລາດ ຮອງເຈົ້າແຂວງສະຫວັນ ນະເຂດ, ທ່ານ ຄໍາປະສົງ ຂົງ ຄໍາ ເຈົ້າເມືອງທ່າປາງທອງ, ທ່ານ ຄໍາຈັນ ສີດາວົງ ຮອງຫົວ ໜ້າພະແນກກະສິກໍາ ແລະປ່າ ໄມ້ແຂວງ, ມີບັນດາຫົວໜ້າພະ ແນກການອ້ອມຂ້າງແຂວງ, ເຈົ້ານະຄອນ, ບັນດາເຈົ້າເມືອງ ພ້ອມດ້ວຍພະນັກງານວິຊາການ ພາຍໃນຂະແໜງລ້ຽງສັດ ແລະ ການປະມົງ ແລະປະຊາຊົນ ເຂົ້າຮ່ວມຢ່າງຫຼວງຫຼາຍ.

ໃນໂອກາດນີ້, ທ່ານ ນາງ ໜູພິນ ບົວສີແກ້ວ ຫົວໜ້າ ຫ້ອງການກະສິກໍາ ແລະປ່າໄມ້ ເມືອງທ່າປາງທອງ ກໍ່ໄດ້ກ່າວ ຈຸດປະສົງຂອງການຈັດງານ ໃນຄັ້ງນີ້ວ່າ: ເພື່ອເປັນການ ສ້າງຂະບວນການຜັນຂະ ຫຍາຍ ແລະຈັດຕັ້ງປະຕິບັດກົດ ໝາຍການລ້ຽງສັດ ແລະການ ສະຕະວະແພດ ເຊິ່ງໄດ້ກໍານົດ ເອົາວັນທີ 11 ພະຈິກ ຂອງ ທຸກໆປີ ເປັນວັນສັກຢາກັນພະ ຍາດສັດແຫ່ງຊາດຂອງລາວ ເຮົາ ແລະຖືກເອົາວັນດັ່ງກ່າວ ນີ້ເປັນການເລີ່ມສັກຢາປ້ອງກັນ ສັດຂອງທຸກປີ ເນື່ອງຈາກວ່າ ເປັນຊ່ວງປາຍຝົນຕົ້ນໝາວ ພະ ຍາດຈະມັກເກີດກັບສັດ ໄດ້ງ່າຍ ແລະເພື່ອສ້າງຈິດສໍານຶກໃຫ້ ປະຊາຊົນຫັນມາເອົາໃຈໃສ່ ຫຼັກວິຊາການເຕັກນິກການ ປ້ອງກັນພະຍາດສັດຢ່າງຖືກ ວິທີ. ປະຈຸບັນນີ້, ທົ່ວເມືອງທ່າ ປາງທອງ ມີຄວາຍ 17.797 ໂຕ, ງົວ 23.930 ໂຕ, ໝູ 36.646 ໂຕ, ແບ້ 4.071 ໂຕ, ມ້າ 57 ໂຕ, ໝາ7.037 ໂຕ , ສັດປີກ 169.498 ໂຕ. ສາມາດສັກຢາປ້ອງກັນພະ ຍາດຄວາຍໄດ້ 75 ໂຕ, ງົວ 475 ໂຕ, ໄກ່ 1.200 ໂຕ, ໝາ 3 ໂຕ ແລະດໍາເນີນການສັກຢາ ໃຫ້ສັດຕໍ່ໄປ. ນອກຈາກພິທີການ ສັກຢາແລ້ວ ກໍ່ຍັງມີການປະ ກວດງົວງາມພັນພື້ນເມືອງ ເຊິ່ງມີງົວເຂົ້າປະກວດທັງໝົດ 27 ໂຕ.

ຈາກນັ້ນ, ບັນດາຄະນະປະ ທານ ແລະແຂກທີ່ຖືກເຊີນກໍ່ໄດ້ ຮ່ວມກັນສັກຢາປ້ອງກັນພະ ຍາດໃຫ້ສັດ. ຈາກຜົນການຕັດ ສິນໃຫ້ຄະແນນໃຫ້ງົວທີ່ເຂົ້າ ປະກວດງົວງາມພັນພື້ນເມືອງ ເຊິ່ງລາງວັນທີ 1 ຈະໄດ້ຮັບ ເງິນລາງວັນ 6 ແສນກີບ, ລາງວັນທີ 2 ໄດ້ຮັບ 4 ແສນ ກີບ ແລະລາງວັນທີ 3 ໄດ້ຮັບ 3 ແສນກີບ. ນອກຈາກນັ້ນ, ກໍ່ມີຮັບລາງວັນຊົມເຊີຍອີກ 24 ລາງວັນ, ລາງວັນລະ 2 ແສນກີບ.
