ກຽມພົບກັບ ສວນສະຫນຸກ ແລະ ສູນການຮຽນຮູ້ແຫ່ງໃຫມ່ ໃນວຽງຈັນ “ວັງເຍົາວະຊົນ ແລະ ຫໍມູນເຊື້ອຊາວຫນຸ່ມ” ໃນໄວໆນີ້.

ເຊິ່ງຈະມີຫລາກຫລາຍກິດຈະກໍາໃຫ້ ລູກຫລານ, ຊາວຫນຸ່ມ, ເຍົາວະຊົນ ທຸກໄວ ເຂົ້າມາຮຽນຮູ້ ຝຶກຝົນທັດສະພອນສະຫວັນດ້ານຕ່າໆ ບໍ່ວ່າຈະເປັນ:

- ກິລາ: ໂທຄວັນໂດ, ຢູໂດ, ແລ່ນ, ຕີບານເຕະບານ…
- ສິນລະປະດົນຕຣີພື້ນເມືອງ: ຮຽນຟ້ອນ, ຮ້ອງເພລງ, ຫລິ້ນລະນາດ, ເປົ່າແຄນ, ຕີຂິມ, ສີຊໍ,ເປົ່າຄຸ່ຍ….
- ສິນລະປະສາກົນ: ເຕັ້ນບັນເລ່, ຮິບຮ໊ອບ ບີບອຍ, ໄວໂອລິນ, ຕີກອງ, ກີ່ຕ່າ.
- ສວນສະນຸກສຳລັບເດັກນ້ອຍເຊັ່ນ: ຊິ້ງຊ້າ ມ້າຫມຸນ, ສະລອຍນ້ຳສຳລັບເດັກນ້ອຍ 2ຂະຫນາດ ໄວໃຫ້ຫລິ້ນ.

ສາມາດມາໄດ້ແບບຄອບຄົວ, ຫມູ່ເພື່ອນ. ສະຖານທີ່ກວ້າງຂວາງ ມີບ່ອນຈອດລົດສະດວກສະບາຍ.

ສະຖານທີ່ ຕັ້ງຢູ່ບ້ານດົງຫມາກຄາຍ, ເມືອງ ໄຊທານີ, ນະຄອນຫລວງວຽງຈັນ.

ຂ່າວ: Noythip

.

.

.
