ຈໍາປາສັກ: ພະແນກຕຳຫຼວດສືບສວນສອບສວນ ປກສ ແຂວງຈຳປາສັກ ນໍາກໍາ ລັງເຂົ້າຈັບກຸມ 2 ສ່ຽວ ຮ່ວມກັນກໍ່ເຫດຊິງຊັບພົນລະເມືອງລົດຈັກເວບ 100, ເຊິ່ງພວກກ່ຽວເຄີຍຖືກປະຕິບັດໂທດມາແລ້ວຄົນລະ 9 ຄັ້ງ ໃນສະຖານຄ້າຂາຍຢາເສບຕິດ ແລະ ລັກຊັບພົນລະເມືອງ ພາຍຫຼັງພົ້ນໂທດບໍ່ຮອດເດືອນ ກໍກັບຄືນກໍ່ເຫດຊິງຊັບອີກຄັ້ງ ກ່ອນຖືກຈັບໄປດໍາເນີນຄະດີ.

ເຈົ້າໜ້າທີ່ຕໍາຫຼວດ ປກສ ແຂວງຈໍາປາສັກ ໃຫ້ຮູ້ວ່າ: ຄັ້ງວັນທີ 1 ກັນຍາ 2020 ເວລາປະມນ 23:45 ໂມງ ໄດ້ຮັບແຈ້ງຄວາມຈາກຜູ້ເສຍຫາຍຢູ່ບ້ານທາງແບ່ງເມືອງ ແລະ ແຂວງຈຳປາສັກ ວ່າ: ເວລາປະມານ 23:00 ໂມງຂອງວັນດຽວກັນ, ຜູ້ກ່ຽວໄດ້ຢືມລົດຈັກຮອນດ້າເວບ 100 ສີແດງດຳທະບຽນ ຈມ 3039 ຈຳປາສັກ ນຳທ້າວ ຈັນທະບູນ ອາຍຸ 25 ປີ ຢູ່ບ້ານດຽວກັນ ເພື່ອໄປສົ່ງໝູ່ຢູ່ບ້ານໜອງຂາມ ເມືອງຈຳປາສັກ ໃນລະ ຫວ່າງທາງໄດ້ມີຄົນຮ້າຍ 2 ຄົນ ໃຊ້ມີດຈີ້ເອົາລົດຈັກຄັນດັ່ງກ່າວໄປ; ຈາກນັ້ນ, ເຈົ້າໜ້າທີ່ຕໍາຫຼວດ ຈຶ່ງໄດ້ສົມທົບກັບພາກ ສ່ວນວິຊາສະເພາະທີ່ກ່ຽວຂ້ອງລົງຕິດຕາມເປົ້າໝາຍ ແລະ ມື້ຕໍ່ມາ, ກໍສາມາດກັກຕົວຜູ້ກໍ່ເຫດໄດ້ ຊື່ທ້າວ ຫຼັກ ອາຍຸ 27 ຢູ່ບ້ານດອນຕະຫຼາດ ເມືອງຈຳປາສັກ ແລະ ທ້າວ ເກັ່ງຄຳ ອາຍຸ 38 ປີ ຢູ່ບ້ານ ຫຼັກ 25 ເມືອງປະທຸມພອນ.

ຜ່ານການສອບສວນໃນເບື້ອງຕົ້ນ, ທ້າວ ຫຼັກ ສາລະພາບວ່າ: ຜ່ານມາແມ່ນເຄີຍຕ້ອງໂທດມາແລ້ວ 1 ຄັ້ງໃນປີ 2016 ຂໍ້ຫາຄ້າຂາຍຢາເສບຕິດ ຖືກສານຕັດສິນລົງໂທດຈຳຄຸກ 5 ປີ; ສ່ວນ ທ້າວ ເກັ່ງຄໍາ ສາລະພາບວ່າ: ຜ່ານມາກໍຖືກຕ້ອງໂທດເຊັ່ນດຽວກັນ (ບໍ່ຈື່ປີ) ຂໍ້ຫາລັກຊັບພົນລະເມືອງ ຖືກສານຕັດສິນລົງໂທດຈຳຄຸກ 1 ປີ 6 ເດືອນ ພາຍຫຼັງທີ່ພົ້ນໂທດ ຈຶ່ງພາກັນກ່ໍເຫດຈີ້ເອົາລົດອີກຄັ້ງ.

ຂ່າວຍັງໃຫ້ຮູ້ຕື່ມອີກວ່າ: ໃນວັນທີ 30 ກັນຍາ 2020, ເຈົ້າໜ້າທີ່ ປກສ ນະຄອນປາກເຊ ແຂວງຈຳປາສັກ ໄດ້ຮັບແຈ້ງຄວາມຈາກຜູ້ເສຍຫາຍຢູ່ບ້ານໂຊກອຳນວຍນະຄອນປາກເຊ ວ່າ: ມີຄົນຮ້າຍ 2 ຄົນ ຂັບຂີ່ລົດຈັກ ຮອນດ້າເວບ 100 ສີຟ້າດຳ ໝາຍເລກທະບຽນ ຈຮ 6840 ຈຳປາສັກ ມາຮຽງຂ້າງ ແລ້ວຍາດເອົາໂທລະສັບຊຳຊຸງກາແລັກຊີ້ ຢູ່ຖົງໂສ້ງດ້ານຫຼັງຂອງຜູ້ກ່ຽວ. ຈາກນັ້ນ, ເຈົ້າໜ້າທີ່ຈຶ່ງໄດ້ສົມທົບກຳລັງວິຊາສະເພາະກ່ຽວ ຂ້ອງລົງຕິດຕາມເປົ້າໝາຍ. ຈົນຮອດວັນທີ 1 ຕຸລາ 2020, ຈຶ່ງສາມາດກັກໂຕຜູ້ກໍ່ເຫດໄດ້ ຊື່ ທ້າວວິລະລາດ ອາຍຸ 19 ປີ ຢູ່ບ້ານທີ 1 ແລະ ທ້າວ ຮາເຊນ ອາຍຸ 22 ປີຢູ່ບ້ານໄຊສະຫວ່າງ ເມືອງບາຈຽງຈະເລີນສຸກ ໄປດໍາເນີນຄະດີ.

ປັດຈຸບັນ, ເຈົ້າໜ້າທີ່ວິຊາສະເພາະກໍາລັງດໍາເນີນການສອບສວນ ເພື່ອສະຫຼຸບສໍານວນສົ່ງອົງການໄອຍະການດໍາເນີນຄະດີຕາມຂັ້ນຕອນຂອງກົດ ໝາຍ. ສ່ວນເຄື່ອງຂອງກາງປະເພດລົດຈັກ ແລະ ໂທລະສັບໍ້ຊໍາຊຸງກາແລັກຊີ້ ແມ່ນໄດ້ມອບຄືນໃຫ້ເຈົ້າຂອງເດີມ.