ໃນຕອນເຊົ້າຂອງວັນທີ 15 ພະຈິກ 2020, ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສືບຕໍ່ນຳພາຄະນະເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ-ສປຊ ຄັ້ງທີ 11.

ກອງປະຊຸມສຸດຍອດຄັ້ງນີ້ ໄດ້ຕີລາຄາສູງ ຕໍ່ຜົນການຈັດຕັ້ງປະຕິບັດ ການຮ່ວມມື ອາຊຽນ-ສປຊ ໃນໄລຍະ 1 ປີ ຜ່ານມາ ໂດຍສະເພາະການຜັນຂະຫຍາຍ ແຜນປະຕິບັດງານການຮ່ວມມື ອາຊຽນ-ສປຊ ໄລຍະ 2016-2020 ແລະ ການຈັດຕັ້ງປະຕິບັດ ບັນດາແຜນງານ/ໂຄງການພາຍໃຕ້ຂອບການຮ່ວມມືວ່າດ້ວຍ ການເສີມສ້າງເຊິ່ງກັນ ແລະ ກັນ ລະຫວ່າງ ວິໄສທັດປະຊາຄົມອາຊຽນ 2025 ແລະ ບັນດາເປົ້າໝາຍເພື່ອການພັດທະນາແບບຍືນຍົງ ສປຊ 2030, ເຊິ່ງທັງໝົດນີ້ ໄດ້ປະກອບສ່ວນອັນສຳຄັນເຂົ້າໃນການສ້າງສັນຕິພາບ, ຄວາມໝັ້ນຄົງ ແລະ ການຊ່ວຍເຫຼືອພັດທະນາຢູ່ພາກພື້ນ ກໍຄືໃນໂລກ.

ກອງປະຊຸມຍັງໄດ້ຢໍ້າຄືນເຖິງບົດບາດອັນສໍາຄັນ ຂອງ ສປຊ ໃນຖານະເປັນອົງການຈັດຕັ້ງຫຼາຍຝ່າຍ ເພື່ອສືບຕໍ່ຮັກສາ ແລະ ສົ່ງເສີມ ສັນຕິພາບ, ສະຖຽນລະພາບ ແລະ ຄວາມໝັ້ນຄົງ ຢູ່ພາກພື້ນ ແລະ ສາກົນ ຕາມກົດບັດ ສປຊ ທີ່ວາງໄວ້.

ໃນກອງປະຊຸມຄັ້ງນີ້, ທ່ານ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ສະເໜີໃຫ້ກອງປະຊຸມ ພິຈາລະນາ:

1. ສືບຕໍ່ເພີ່ມທະວີການຮ່ວມມືກັນໃນຂະແໜງສາທາລະນະສຸກ ໂດຍສະເພາະ ການຜະລິດ ແລະ ແຈກຢາຍຢາວັກແຊັງຕ້ານໂຄວິດ-19 ພາຍໃຕ້ໂຄງການຢາວັກແຊັງສາກົນຫຼາຍຝ່າຍ ຫຼື ໂຄແວັກ ເພື່ອຮັບປະກັນໃຫ້ຢາວັກແຊັງດັ່ງກ່າວ ເປັນສິນຄ້າສາທາລະນະ (Public goods) ແລະ ທຸກປະເທດໃນໂລກສາມາດໄດ້ຮັບຢາວັກແຊັງຕ້ານໂຄວິດ-19 ຢ່າງທົ່ວເຖິງ. ພ້ອມນີ້, ສະເໜີໃຫ້ ສປຊ ສະໜັບສະໜູນ ການຟື້ນຟູເສດຖະກິດຫຼັງໂຄວິດ-19;

2. ຮັດແໜ້ນການຮ່ວມມື ລະຫວ່າງ ສະຖາບັນສັນຕິພາບ ແລະ ຄວາມປອງດອງອາຊຽນ (AIPR) ດ້ວຍການຈັດກອງປະຊຸມ, ສຳມະນາ ແລະ ຊຸດຝຶກອົບຮົມ ເພື່ອສ້າງນັກເຈລະຈາ, ນັກໄກ່ເກ່ຍ ແລະ ນັກພັດທະນາກອນລວມທັງຍົກສູງບົດບາດຂອງແມ່ຍິງ; ແລະ

3. ສືບຕໍ່ຈັດຕັ້ງປະຕິບັດບັນດາເປົ້າໝາຍການພັດທະນາແບບຍືນຍົງ ສປຊ ຮອດປີ 2030 ລວມທັງ ການສ້າງຂີດຄວາມສາມາດ ແລະ ຮັດແໜ້ນຄວາມເຂັ້ມແຂງ ດ້ານສະຖາບັນໃນການປ້ອງກັນ, ຮັບມື ແລະ ຟື້ນຟູ ຫຼັງຈາກໄພພິບັດທຳມະຊາດຕ່າງໆ.

ພ້ອມນີ້, ກອງປະຊຸມ ຍັງໄດ້ແລກປ່ຽນຄໍາຄິດຄໍາເຫັນນໍາກັນຕໍ່ບາງບັນຫາເດັ່ນ ຢູ່ພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ ເປັນຕົ້ນ: ບັນຫາການແຜ່ລະບາດຂອງພະຍາດໂຄວິດ-19, ບັນຫາສັນຕິພາບ ແລະ ຄວາມໝັ້ນຄົງ ແລະ ອື່ນໆ.

Lao National Radio

Leave a Reply

Your email address will not be published. Required fields are marked *