ປກສ: ນາງ ວຽງຄອນ ຫຼື ຕາດໍາ ອາຍຸ 30 ປີ ຢູ່ບ້ານໄຊສະຫວ່າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເປັນຈຳເລີຍໃນຂໍ້ການຂົນສົ່ງຢາເສບຕິດ ປະເພດຢາບ້າ ຈຳນວນ 1.400 ເມັດ ແລະ ຂໍ້ຫາການປິດ ບັງການກະທໍາຜິດ, ເຊິ່ງຖືກກັກຕົວ ວັນທີ 4 ມີ ນາ 2020, ຜ່ານການດຳເນີນຄະດີ ມາຮອດວັນທີ 4 ພະຈິກ 2020, ຄະນະສານອາຍາ ສານປະຊາຊົນຂັ້ນຕົ້ນ ນະຄອນຫຼວງວຽງຈັນ ໄດ້ນຳເອົາສຳ ນວນຄະດີຂອງຈຳເລີຍຂຶ້ນມາພິຈາລະນາຕັດສິນ ຕັດອິດສະຫຼະພາບ 10 ປີ 3 ເດືອນ ພ້ອມປັບໃໝ 105.000.000 ກີບ.

ໃນທີ່ຫ້ອງປະຊຸມສານ ຈຳເລີຍ ຍອມຮັບວ່າ: ເລີ່ມເສບຢາບ້າ ມາແຕ່ເດືອນກັນຍາ 2019 , ຢາບ້າທີ່ເອົາມາເສບ ແມ່ນຊື້ນຳໄວລຸ້ນຢູ່ພາຍໃນບ້ານ, ຄັ້ງລະ 2 ເມັດ.ມາເດືອນພະຈິກ 2019, ຈຳເລີຍ ໄດ້ຮູ້ຈັກກັບ ທ້າວ ອານຸສັກ ຫຼື ກິໂນ ອາຍຸ 46 ປີ ຢູ່ບ້ານສະພານທອງ ເມືອງສີສັດຕະນາກ ໃນນາມບ່າວສາວ. ຫຼັງຈາກນັ້ນ, ທັງ 2 ໄດ້ໄປເຊົ່າເຮືອນຈັດສັນ ຢູ່ບ້ານໄຊສະ ຫວ່າງ ເມືອງໄຊທານີ ຄ່າຫ້ອງເຊົ່າແມ່ນ ທ້າວ ອານຸສັກ ເປັນຜູ້ຈ່າຍ ເດືອນລະ 7.000 ບາດ
ໃນໄລຍະທີ່ຢູ່ນຳກັນ, ທ້າວ ອານຸສັກ ກໍໄດ້ບອກຈຳເລີຍວ່າ ຜູ້ກ່ຽວເປັນນັກ ໂທດ ທີ່ໂຕນໜີຈາກຄ້າຍຄຸມຂັງແລະຈຳເລີຍ ກໍຮູ້ດີວ່າ ທ້າວ ອານຸສັກ ເຄື່ອນ ໄຫວຄ້າຂາຍຢາເສບຕິດ ແລະທ້າວ ອານຸສັກ ກໍໄດ້ເອົາຢາບ້າໃຫ້ຈຳເລີຍເສບ ຈໍານວນຫຼາຍຄັ້ງ ຄັ້ງລະ 1-2 ເມັດ. ມາຮອດວັນທີ 4 ມິນາ 2020, ທ້າວ ອາ ນຸສັກ ໄດ້ໂທລະສັບຫາ ຈຳເລີຍ ບອກໃຫ້ເອົາຢາບ້າ ຈໍານວນ 7 ຖົງ ເທົ່າກັບ 1.400 ເມັດ ໄປສົ່ງໃຫ້ທ້າວ ພູວັນ ຫຼື ເຕ້ຍ ໂດຍຈຳເລີຍຈະໄດ້ເງິນນຳ ທ້າວ ອານຸສັກ ຈຳນວນ 500.000 ກີບ ເມື່ອລົມໂທລະສັບແລ້ວ ຈຳເລີຍກໍເອົາຢາບ້າໄປສົ່ງໃຫ້ ທ້າວ ພູວັນ ຈຶ່ງຖືກເຈົ້າໜ້າທີ່ ປກສ ກັກຕົວ ພ້ອມຂອງກາງຢາບ້າ ຈໍານວນ 1.400 ເມັດ ມາດໍາເນີນຄະດີຕາມກົດໝາຍ.
ໃນສຳນວນຄະດີຂອງຈຳເລີຍ ເຫັນວ່າມີຫຼັກຖານຮັດກຸມທີ່ໜັກແໜ້ນແລະພຽງພໍຢັ້ງຢືນວ່າ ການກະທໍາຂອງ ນາງ ວຽງ ຄອນ (ຈໍາເລີຍ) ເປັນການກະທໍາຜິດທາງອາຍາ ໃນຂໍ້ຫາການຂົນສົ່ງຢາເສບຕິດ ປະເພດຢາບ້າ ແລະ ການປິດ ບັງການກະທໍາຜິດເຊິ່ງເປັນການກະທໍາຜິດທີ່ແຕະຕ້ອງຕໍ່ເສດຖະກິດຂອງຊາດ, ເຮັດໃຫ້ສັງຄົມບໍ່ມີຄວາມສະຫງົບ ແລະ ການກະທໍາຜິດ ທີ່ໄດ້ກໍານົດໄວ້ໃນປະ ມວນກົດໝາຍອາຍາ ມາດຕາ 315 ແລະ ມາດຕາ 380.