ປກສ ອຸດົມໄຊ: ເຈົ້າໜ້າທີ່ ປກສ ແຂວງອຸດົມໄຊ ຕິດຕາມກັກ ຕົວ ທ້າວ ສອນໄຊ ອາຍຸ 27 ປີ ຢູ່ບ້ານດອນແກ້ວ ເມືອງໄຊ ແຂວງອຸດົມໄຊ ທີ່ລັກລອບນຳເອົາຢາເສບຕິດ ປະເພດຢາບ້າ ແລະ ເຮໂຣອິນ ຈຳນວນ 2 ຄັ້ງໃຫ້ຜູ້ຖືກຫາຢູ່ໃນຄ້າຍຄຸມຂັງ-ດັດສ້າງແຂວງອຸດົມໄຊ.

ເຈົ້າໜ້າທີ່ປກສ ແຂວງອຸດົມໄຊໃຫ້ຮູ້ວ່າ: ກ່ອນ ໜ້ານີ້, ເຈົ້າໜ້າທີ່ກວດອາຫານ ທີ່ຍາດພີ່ນ້ອງຂອງຜູ້ຖືກຫາ ທີ່ມາສົ່ງໃຫ້ຜູ້ຖືກຫາຢູ່ໃນຄ້າຄຸມຂັງ-ດັດສ້າງ ພົບເຫັນຢາເສບຕິດຊຸກເຊື່ອງໄວ້ຢູ່ໃນອາຫານ 2 ຄັ້ງ ມີຢາບ້າ 89 ເມັດ ແລະ ເຮໂຣອິນ 2 ກ້ອນນ້ອຍ.ຈາກນັ້ນ,ເຈົ້າໜ້າທີ່ກຳລັງວິຊາສະເພາະ ໄດ້ລົງເກັບກຳຂໍ້ມູນຕ່າງໆ ລະສືບຫາເປົ້າໝາຍ; ພາຍຫຼັງຄັດຈ້ອນເປົ້າໝາຍລະອຽດແລ້ວ ຈຶ່ງເຂົ້າກັກ ຕົວເປົ້າໝາຍຖືກສົງໄສ ຊື່: ທ້າວ ສອນໄຊ ມາສອບສວນ.

ຜ່ານການສອບສວນທ້າວສອນໄຊ ສາລະພາບວ່າ ເປັນຜູ້ນໍາສົ່ງຢາບ້າໃຫ້ກັບພັກພວກທີ່ເປັນຜູ້ຖືກຫາຢູ່ໃນຄ້າຍຄຸມຂັງແທ້. ໃນໄລຍະຜ່ານມາ, ເຄີຍລັກສົ່ງ 2 ຄັ້ງ. ປັດຈຸບັນ, ຄະດີດັ່ງກ່າວ ຍັງຢູ່ໃນຂັ້ນຕອນການສອບສວນຂະຫຍາຍຜົນຫາທີ່ມາຂອງຢາເສບຕິດດັ່ງກ່າວ ເພື່ອຕິດຕາມຜູ້ຖືກຊັດທອດມາດຳເນີນຄະດີຕາມກົດໝາຍ.

Leave a Reply

Your email address will not be published. Required fields are marked *