ຫລວງພະບາງ: ໜ່ວຍກູ້ຊີບອົງການກາແດງລາວ ຫລວງພະບາງ ແຈ້ງໃຫ້ຮູ້ວ່າ ໃນວັນທີ 13 ພະຈິກ 2020 ເວລາ 13:07 ນາທີ ໄດ້ຮັບແຈ້ງຈາກປະຊາຊົນຜ່ານເບີ 071 1625 ວ່າມີ ອຸບັດຕິເຫດລົດໃຫຍ່ໄຫລທັບຄົນ ຢູ່ບ້ານ ດອນແກ້ວ, ນະຄອນ ຫລວງພະບາງ, ແຂວງຫລວງພະບາງ

ເມື່ອຫນ່ວຍກູ້ຊີບອົງການກາແດງລາວກວດສອບພົບຜູ້ບາດເຈັບເພດຊາຍ 1 ຄົນ, ໂດຍມີອາການບາດເຈັບເບື້ອງຕົ້ນແມ່ນບ່າໄຫລເບື້ອງຊ້າຍຫັກ.

ດັ່ງນັ້ນຫນ່ວຍກູ້ຊີບອົງການກາແດງລາວຫຼວງພະບາງຈຶ່ງໄດ້ທຳການປະຖົມພະຍາບານເບື້ອງຕົ້ນແລ້ວນຳສົ່ງໂຮງຫມໍແຂວງຫລວງພະບາງ. ຂໍໃຫ້ຄົນເຈັບປອດໄພ.

ພົບເຫັນອຸບັດຕິເຫດ, ເຈັບ- ປ່ວຍ ສຸກເສີນໂທແຈ້ງ 071 1625 ; 030 9211625 ບໍລິການຟີຣ ຕະຫຼອດ24 ຊົ່ວໂມງ.

ທ່ານໃດຢາກຊ່ວຍເຫລືອຫນ່ວຍງານ ສາມາດບໍລິຈາກເຄື່ອງອຸປະຖຳຕ່າງໆເຊັ່ນ: ເຂົ້າສານ,ອາຫານການກິນ,ນ້ຳມັນລົດ ຫລື ອຸປະກອນການແພດຕ່າງໆສາມາດຕິດຕໍ່ເຂົ້າເບີ 0309211625

Leave a Reply

Your email address will not be published. Required fields are marked *