ໃນຕອນບ່າຍວັນທີ 10 ພະຈິກ 2020 ນີ້, ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດພິທີທໍາລາຍສິນຄ້າໝົດອາຍຸ ແລະ ສິນຄ້າຫ້າມວາງຈໍາໜ່າຍ, ພາຍຫລັງທີ່ໄດ້ກວດກາ 70 ກວ່າຫົວໜ່ວທຸລະກິດ ພົບສິນຄ້າໝົດອາຍຸ 5 ໝວດ 27 ລາຍການ ຄື: ໝວດເຄື່ອງດື່ມ ມູນຄ່າ 2.400.000 ກວ່າກີບ, ເຄື່ອງສໍາອາງ, ອາຫານແຫ້ງ, ເຄື່ອງປຸງ, ໝວດອາຫານ; ສ່ວນສິນຄ້າຫ້າມວາງຈໍາໜ່າຍ ຄື: ຢາສູບ, ຢາປົວພະຍາດ ແລະ ອຸປະກອນອາວຸດລ່າເນື້ອ ລວມທັງສິນຄ້າໝົດອາຍຸ ແລະ ຫ້າມວາງຈໍາໜ່າຍ ມູນຄ່າ 9 ລ້ານກວ່າກີບ. ຈາກນັ້ນ, ໄດ້ທໍາລາຍ ແລະ ຈູດສິນຄ້າດັ່ງກ່າວ.

ທ່ານ ບຸນໂຮມ ໂພທິລັກ ຫົວໜ້າຫ້ອງການອຸດສາຫະກໍາ ແລະ ການຄ້າເມືອງ ໄດ້ລາຍງານວ່າ: ການລົງເຄື່ອນໄຫວກວດກາສິນຄ້າໝົດອາຍຸ ແລະ ຫ້າມວາງຂາຍຢູ່ເມືອງແກ່ນທ້າວ ໄດ້ເລີ່ມແຕ່ເດືອນກໍລະກົດ 2020 ເປັນຕົ້ນມາ ໂດຍໄດ້ລົງກວດກາ 3 ຄັ້ງ ຢູ່ສະຖານທີ່ຕະຫລາດ, ບັນດາຫ້າງຮ້ານພາຍໃນເທດສະບານເມືອງ, ກຸ່ມບ້ານນາຫີນ, ບໍລິເວນປາກແຄມ, ບໍລິເວນຫ້ວຍເລິກ-ວັງປາ ແລະ ບໍລິເວນບ້ານໜອງ.

(ຂ່າວ: ຖວທ ແກ່ນທ້າວ)

Leave a Reply

Your email address will not be published. Required fields are marked *