ຫ້ອງຕໍາຫຼວດພະແນກຕໍາຫຼວດປ້ອງກັນເສດຖະກິດ ປກສ ນະຄອນຫຼວງວຽງຈັນ ສົມທົບກັບພະແນກອຸດສະຫະກໍາການຄ້າ ນະຄອນຫຼວງວຽງຈັນ ໄດ້ທໍາລາຍໝາກເຫຼັ່ນຈໍານວນ 61 ກະຕ່າ ລວມນໍ້າໜັກ 1.080 ກິໂລກຣາມ ມູນຄ່າ 5 ລ້ານກວ່າກີບ. ທີ່ນໍາເຂົ້າບໍ່ຖືກຕ້ອງ ແລະ ບໍ່ໄດ້ຜ່ານການກວດກາຫາສານຕົກຄ້າງ.

ດັ່ງນັ້ນ, ເພື່ອຮັບປະກັນຄວາມປອດໄພຂອງປະຊາຊົນ ໃນນະຄອນຫຼວງວຽງຈັນ ກໍຄືຜູ້ບໍລິໂພກ, ຈຶ່ງໄດ້ນໍາສິນຄ້າດັ່ງກ່າວມາທໍາລາຍຖີ້ມ, ຢູ່ທີ່ສະຖານທີ່ຖີ້ມຂີ້ເຫຍື້ອ ຫຼັກ 32 ເມືອງໄຊທານີ ນະຄອນຫຼວງວຽງຈັນ, ໃນວັນທີ 29 ຕຸລາ 2020 ໂດຍມີ ພັທ ສີໄພ ໄຊຍະສຸລິຍະວົງສາ ຮອງຫົວໜ້າພະແນກຕໍາຫຼວດປ້ອງກັນເສດຖະກິດ ຫ້ອງຕໍາຫຼວດ ປກສ ນະຄອນຫຼວງວຽງຈັນ ພ້ອມດ້ວຍຄະນະ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ພັທ ສີໄພ ໄຊຍະສຸລິຍະວົງສາ ຮອງຫົວໜ້າພະແນກຕໍາຫຼວດປ້ອງກັນເສດຖະກິດ ຫ້ອງຕໍາຫຼວດ ປກສ ນະຄອນຫຼວງວຽງຈັນ ໄດ້ໃຫ້ຮູ້ວ່າ: ສິນຄ້າທີ່ນໍາມາທໍາລາຍໃນຄັ້ງນີ້ ແມ່ນເຈົ້າໜ້າທີ່ສາມາດສະກັດຈັບໄດ້ຄື: ໃນຄັ້ງວັນທີ 28 ຕຸລາ 2020 ເວລາປະມານ 16:30 ນາທີ, ເຈົ້າໜ້າທີ່ຕໍາຫຼວດປ້ອງກັນເສດຖະກິດ ໄດ້ຮັບການລາຍງານຈາກພົນລະເມືອງດີວ່າໄດ້ມີລົດຕູ້ ໝາຍເລກຖະບຽນ ກຕ 2216 ກໍາແພງນະຄອນ ໄດ້ບັນທຸກສິນຄ້າປະເພດໝາກເຫຼັ່ນທີ່ລັກລອບນໍາເຂົ້າ ມາຈາກປະເທດເພື່ອນບ້ານ ໂດຍລັກໃສ່ເຮືອຫາງຍາວຂ້າມແມ່ນໍ້າຂອງ ຢູ່ທ່າບ້ານສໍາພັນນາ ເມືອງສັງທອງ ນະຄອນຫຼວງວຽງຈັນ ຈຸດປະສົງເພື່ອຈະໄປສົ່ງໃຫ້ແມ່ຄ້າຢູ່ຕະຫຼາດລາວອົດຊີ.

.

ດັ່ງນັ້ນ, ເຈົ້າໜ້າທີ່ຕໍາຫຼວດປ້ອງກັນເສດຖະກິດ ຈຶ່ງໄດ້ແຕ່ງຕັ້ງເຈົ້າໜ້າທີ່ວິຊາສະເພາະອອກຕິດຕາມກວດກາ ພໍໄປຮອດເຂດບ້ານຫວ້ຍນໍ້າເຢັນ ເມືອງສີໂຄດຕະບອງ ນວ ກໍພົບເຫັນລົດຕູ້ຄັນດັ່ງກ່າວ ຈຶ່ງໄດ້ສະເໜີຕົວຂໍກວດກາພົບວ່າ: ສິນຄ້າປະເພດໝາກເຫຼັ່ນຈໍານວນ 61 ກະຕ່າ ທີ່ນໍາເຂົ້າບໍ່ຖືກຕ້ອງ, ບໍ່ມີເອກະສານອະນຸຍາດຈາກພາກສ່ວນທີ່ກ່ຽວຂ້ອງ.

.

ຈາກນັ້ນ ຈຶ່ງໄດ້ນໍາລົດຄັນດັ່ງກ່າວ ມາຫ້ອງຕໍາຫຼວດ ປກສ ນະຄອນຫຼວງວຽງຈັນ ເພື່ອກວດກາຕົວຈິງ. ຕໍ່ກັບເຈົ້າຂອງສິນຄ້າ ແລະ ເຈົ້າຂອງລົດ ເຈົ້າໜ້າທີ່ຕໍາຫຼວດປ້ອງກັນເສດຖະກິດ ໄດ້ເຮັດບົດບັນທຶກສຶກສາອົບຮົມກ່າວເຕືອນ ແລະ ປັບໃໝຕາມລະບຽບຂອງກົດໝາຍ.

Leave a Reply

Your email address will not be published. Required fields are marked *