ມອບ – ຮັບໜ້າທີ່ ເຈົ້າແຂວງໆຫຼວງນໍ້າທາ ລະຫວ່າງ ຜູ່ເກົ່າ ແລະ ຜູ່ໃໝ່
ວັນທີ 11 ພະຈິກ 2020 ຢູ່ທີ່ສະໂມສອນແຂວງຫຼວງນໍ້າທາ ໄດ້ຈັດພິທີມອບ-ຮັບໜ້າທີ່ທ່ານເຈົ້າແຂວງໆຫຼວງນໍ້າທາ ລະຫວ່າງ ຜູ່ເກົ່າ ແລະ ຜູ່ໃໝ່.

ໂດຍການເຂົ້າຮ່ວມຂອງ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ ລັດຖະມົນຕີ ກະຊວງປ້ອງກັນປະເທດ, ທ່ານ ເພັດຖາວອນ ພິລະວັນ ກໍາມະການສູນກາງພັກ ເຈົ້າແຂວງໆຫຼວງນໍ້າທາ, ທ່ານ ຄໍາໄຫຼ ສີປະເສີດ ເລຂາຄະນະບໍລິຫານງານພັກແຂວງ, ມີກໍາມະການພັກແຂວງ, ຜູ້ຕ່າງໜ້າຈາກຄະນະຈັດຕັ້ງສູນກາງພັກ ເຈົ້າເມືອງ 5 ເມືອງ, ຫົວໜ້າກອງບັນຊາການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຫົວໜ້າພະແນກ – ຮອງຫົວໜ້າພະແນກການອ້ອມຂ້າງແຂວງ, ອາດິດການນໍາເຂົ້າຮ່ວມ.

ທ່ານ ສຸລິວົງ ບຸນຍະເລດ ຮອງຫົວໜ້າກົມຄຸ້ມຄອງພະນັກ ງານ ຄະນະຈັດຕັ້ງສູນກາງ ໄດ້ຜ່ານຄໍາສັ່ງຂອງກົມການເມືອງສູນກາງພັກ ເລກທີ 119/ກມສພ ລົງວັນທີ 20 ຕຸລາ 2020 ແລະ ຄໍາສັ່ງຂອງນາຍົກລັດຖະມົນຕີ ເລກທີ 19 / ນຍ ລົງວັນທີ 2 ພະຈິກ 2020 ວ່າດ້ວຍການຍົກຍ້າຍພະນັກງານຂັ້ນສູງໄປຮັບໜ້າທີ່ໃໝ່ຢູ່ສູນກາງ ໂດຍໄດ້ຍົກຍ້າຍທ່ານ ເພັດຖາວອນ ພິລະວັນ ກໍາມະການສູນກາງພັກ ອາດີດເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງໆຫຼວງນໍ້າທາຜູ່ເກົ່າໄປຮັບໜ້າທີ່ໃໝ່ຢູ່ຫ້ອງວ່າການສູນກາງພັກ ແລະ ຜ່ານດໍາລັດຂອງນາຍົກລັດຖະມົນຕີ ເລກທີ 490ລົງວັນທີ 20 ສີງຫາ 2020 ວ່າດ້ວຍການແຕ່ງຕັ້ງຜູ່ຮັກສາການເຈົ້າແຂວງໆຫຼວງນໍ້າທາ, ເຊີ່ງໄດ້ແຕ່ງຕັ້ງ ທ່ານ ຄໍາໄຫຼ ສີປະເສີດ ເປັນຜູ່ຮັກສາການເຈົ້າແຂວງໆຫຼວງນໍ້າທາ ຜູ່ໃໝ່.
ຈາກນັ້ນຍັງໄດ້ເຊັນບົດບັນທຶກມອບ-ຮັບໜ້າທີ່ຮ່ວມກັນລະຫວ່າງທ່ານເລຂາພັກແຂວງເຈົ້າແຂວງໆຫຼວງນໍ້າທາຜູ່ເກົ່າ ແລະ ທ່ານເລຂາພັກແຂວງ ຮັກສາການເຈົ້າແຂວງໆຫຼວງນໍ້າທາ ຜູ່ໃໝ່.

ໂອກາດນີ້ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ ລັດຖະມົນຕີ ກະຊວງປ້ອງກັນປະເທດ ໂອລົມຕໍ່ພິທີເຊິ່ງກ່ອນອື່ນທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ການນໍາແຂວງທີ່ມີຜົນງານໃນໄລຍະຜ່ານມາໃນການພັດທະນາປະເທດຊາດເວົ້າລວມເວົ້າສະເພາະແມ່ນແຂວງຫຼວງນໍ້າທາ ທີ່ມີໃບໜ້າໃໝ່ ໃນການສ້າງສາພັດທະນາ, ທາງດ້ານເສດຖະກິດ, ດ້ານວັດທະນາທໍາສັງຄົມ ແລະ ວຽກງານມະຫາຊົນ,

ທ່ານຍັງໄດ້ເນັ້ນໜັກໃຫ້ທ່ານເລຂາພັກແຂວງຮັກສາການເຈົ້າແຂວງໆຫຼວງນໍ້າທາ ຜູ່ໃໝ່ ຈົ່ງເຊີດຊູສະຕິເປັນເຈົ້າ, ເຮັດວຽກເປັນໝູ່ຄະນະ, ເອົາໃຈໃສ່ຕໍ່ໜ້າທີ່ວຽກງານທີ່ໄດ້ຮັບການມອບໝາຍຈາກຂັ້ນເທິງ, ເຮັດໃຫ້ແຂວງຫຼວງນໍ້າທາ ມີສະຖຽນລະພາບທາງດ້ານເມືອງ ເສດຖະກິດ ສັງຄົມໃຫ້ມີທ່າຂະຫຍາຍຕົວດີຂື້ນ, ສັງຄົມມີຄວາມສະຫງົບສຸກ, ປະຊາຊົນມີຄວາມສາມັກຄີປ້ອງດອງຮັກແພງຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ສຶບຕໍ່ເປັນເຈົ້າການໃນການປົກປັກຮັກສາ ແລະ ສ້າງສາພັດທະນາແຂວງຫຼວງນໍ້າທາ ໃຫ້ມີບາດກ້າວຂະຫຍາຍຕົວຂື້ນເລື່ອຍໆ.
ຕອນແລງຂອງວັນດຽວກັນຄະນະນໍາຂັ້ນແຂວງຍັງໄດ້ອອກສົ່ງທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ ລັດຖະມົນຕີ ກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະຢູ່ທີ່ສະໜາມບິນຂອງແຂວງ ເພື່ອເດີນທາງກັບຄືນນະຄອນຫຼວງວຽງຈັນດ້ວຍຄວາມສະຫວັດດີພາບ.
ຂ່າວ: ສົມພອນ ຂຸນດາວົງ