ນະຄອນຫຼວງວຽງຈັນ: ສະຖານເອກອັກຄະຣາຊະທູດໄທ ປະຈໍາ ສປປ ລາວ ໄດ້ເປັນຕົວແທນສະມາຄົມໄທ- ລາວ ເພື່ອມິດຕະພາບ ຈັດພິທີມອບອຸປະກອນທາງການແພດ ມູນຄ່າ1,285,000 ບາດ. ໃຫ້ແກ່ລັດຖະບານ ສປປ ລາວ ເພື່ອນຳໃຊ້ເຂົ້າໃນການປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19, ເຊິ່ງເປັນສ່ວນໜຶ່ງຂອງການສະເຫລີມສະຫລອງວັນຄົບຮອບ 70 ປີຂອງການພົວພັນທາງການທູດ ໄທ-ລາວ ຈະຄົບຮອບໃນວັນທີ 19 ທັນວາ 2020 ນີ້.

ພິທີມອບ-ຮັບເຄື່ອງຊ່ວຍເຫລືອດັ່ງກ່າວ, ຈັດຂຶ້ນໃນຕອນເຊົ້າວັນທີ 10 ພະຈິກ 2020 ທີ່ສະຖານເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ ໂດຍແມ່ນ ທ່ານນາງ ອຸຣະວະດີ ສິີພິຣົມ ອຸປະທູດຮັກສາການ ເປັນຜູ້ຕາງໜ້າ ທ່ານ ກຽດຕິຄຸນ ຊາດປະເສີດ ປະທານສະມາຄົມໄທ-ລາວ ເພື່ອມິດຕະພາບ ແລະ ຕາງໜ້າຮັບໂດຍ ທ່ານ ສົມຈິດ ຜາວິໄລ ຮອງຫົວໜ້າຫ້ອງການກະຊວງສາທາລະນະສຸກ ສປປ ລາວ ໂດຍມີທ່ານ ຫຽມ ພົມມະຈັນ ປະທານສະມາຄົມລາວ-ໄທ ເພື່ອມິດຕະພາບ ແລະ ພາກສ່ວນກ່ຽວຂ້ອງ ຈາກກະຊວງສາທາລະນະສຸກ ແລະ ກະຊວງການຕ່າງປະເທດ ສປປ ລາວ ເຂົ້າຮ່ວມ.

ອຸປະກອນທາງການແພດທີ່ນຳມາຊ່ວຍເຫລືອຄັ້ງນີ້ ປະກອບມີ: ຕູ້ກວດເຊື້ອໂຄວິດ-19 ແບບຄວາມດັນບວກ ຈຳນວນ 4 ຕູ້, ເຄື່ອງວັດອຸນຫະພູມແບບອັດຕະໂນມັດ 4 ເຄື່ອງ ແລະ ເຄື່ອງຊ່ວຍຫາຍໃຈແບບສຸກເສີນ 10 ເຄື່ອງ ແລະ ຊຸດສຳລັບເຮັດແຂ້ວ ຫລື ຜ່າຕັດ 5 ຊຸດ, ເຊິ່ງຜະລິດໂດຍສະຖາບັນເຕັກໂນໂລຊີພະຈອມເກົ້າເຈົ້າຄຸນທະຫານລາດກະບັງ.

ໄລຍະຜ່ານມາ, ໜ່ວຍງານພາກລັດ ແລະ ພາກເອກະຊົນຂອງໄທ ໄດ້ໃຫ້ການຊ່ວຍເຫລືອ ສປປ ລາວ ໃນການປ້ອງກັນ ແລະ ຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ຢ່າງຕໍ່ເນື່ອງ ໂດຍໄດ້ມອບອຸປະກອນທາງການແພດ ແລະ ເງິນຊ່ວຍເຫລືອ ລວມມູນຄ່າຫລາຍກວ່າ 7 ລ້ານບາດ.

ຂໍ້ມູນ: ສະຖານທູດໄທປະຈຳລາວ

Leave a Reply

Your email address will not be published. Required fields are marked *