ວັນທີ10/11/2020 ເວລາ 23:47 ໂມງ ໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສ ປປ ລາວ ໄດ້ຮັບແຈ້ງເຫດເຂົ້າເບີໂທສຸກເສີນ 1623 ວ່າມີລົດໃຫຍ່ຕໍາລົດຈັກພ້ອມກັນສອງຄັນແລ້ວຫລັງຈາກນັ້ນລົດໃຫຍ່ກໍໄດ້ຫລົບໜີໄປ

ຈຸດເກີດເຫດແມ່ນບ້ານທາດຫລວງເສັ້ນທາງຂື້ນໄປທາງໄອເຕັກ ໜ່ວຍກູ້ໄພອອກກວດສອບເຫດພົບວ່າມີຄົນເຈັບ 2 ຄົນ ເປັນເພດຊາຍທັງສອງ

ຄົນທີ1 ອາຍຸ 25ປີ ອາຊີບ ກຳມະກອນ ບ້ານ ໂພນປາເປົ້າ ເມືອງ ສີສັດຕະນາກ ແຂວງ ນະຄອນຫລວງວຽງຈັນ. ອາການເບື້ອງຕົ້ນແມ່ນ: ມີບາດແຜຕາມແຂນ ແລະ ຂາ ມີສະຕິດີ+ຄົນທີ2 ອາຍຸ25ປີ ອາຊີບ ປະຊາຊົນ ບ້ານ ໂພນປາເປົ້າ ເມືອງ ສີສັດຕະນາກ ແຂວງ ນະຄອນຫລວງວຽງຈັນ

ອາການເບື້ອງຕົ້ນແມ່ນ: ມີບາດເປີດຢູ່ແຂນເບື້ອງຊ້າຍ, ຂໍ້ແຂນເບື້ອງຂວາຫັກ, ມີບາດເປີດໃຫຍ່ຢູ່ຄິ້ວເບື້ອງຂວາ, ປາກແຕກ, ບໍ່ມີສະຕິ

ດັ່ງນັ້ນໜ່ວຍກູ້ໄພມູນນິທິຈຶ່ງໄດ້ທໍາການປະຖົມພະຍາບານຂັ້ນເບື້ອງຕົ້ນໃຫ້ຄົນເຈັບທັງສອງຄົນແລ້ວນໍາສົ່ງໄປທີ່ໂຮງໝໍ103
