ລັດຖະບານແຫ່ງ ສປປ ລາວ ຈະຮ່ວມມືກັບ ບໍລິສັດ ເມືອງໂຂງ ຄຣີນ ເອເນີຈີ ຈໍາກັດ ໃນການລົງທຶນພັດທະນາພະລັງງານໄຟຟ້າ ແສງຕາເວັນ ທີ່ເມືອງໂຂງ ແຂວງຈໍາປາສັກ ເພື່ອສົ່ງຂາຍໄປປະເທດກໍາປູເຈຍ ຊຶ່ງຈະແບ່ງໄລຍະການພັດທະນາພະລັງງານດັ່ງກ່າວ ອອກເປັນ 5 ໄລຍະ ໂດຍໄລຍະທໍາອິດຈະມີກໍາລັງການຕິດຕັ້ງປະມານ 135 ເມກາວັດ.

ບໍລິສັດ ເມືອງໂຂງ ຄຣີນ ເອເນີຈີ ຈໍາກັດ ແລະ ລັດຖະບານໄດ້ສໍາເລັດການສຶກສາຄວາມເປັນໄປໄດ້ ຂອງໂຄງການ ພັດທະນາພະລັງງານແສງຕາເວັນດັ່ງກ່າວ ເມື່ອບໍ່ດົນມານີ້ ຊຶ່ງຜົນສໍາຫຼວດຊີ້ໃຫ້ເຫັນວ່າ ເມືອງໂຂງມີເນື້ອທີ່ ທີ່ສາມາດຜະລິດພະລັງງານແສງຕາເວັນໄດ້ ປະມານ 760 ເມກາວັດ, ແຕ່ໃນໄລຍະທໍາອິດຂອງການລົງທຶນ ແມ່ນຈະນໍາໃຊ້ເນື້ອທີ່ປະມານ 236 ເຮັກຕາ ຊຶ່ງມີກໍາລັງຕິດຕັ້ງປະມານ 135 ເມກາວັດ.

ພິທີເຊັນສັນຍາການຮ່ວມມືພັດທະນາພະລັງງານໄຟຟ້າດັ່ງກ່າວ ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ກະຊວງແຜນການ ແລະ ການລົງທຶນ, ຕາງໜ້າໃຫ້ລັດຖະບານລາວ ເຊັນໂດຍ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ທ່ານ ນາງ ຄໍາຈັນ ວົງແສນບຸນ ແລະ ຕາງໜ້າໃຫ້ທາງບໍລິສັດ ແມ່ນຜູ້ອໍານວຍການ ບໍລິສັດ ເມືອງໂຂງ ຄຣີນ ເອເນີຈີ ຈໍາກັດ ທ່ານ ພັດທະລະພົງ ຄົງວິຈິດ.

ຂ່າວ: ສົມຫວັງ