📢ໂອກາດມາຮອດແລ້ວ ສຳລັບນັກສຶກສາປີທີ 1 ທີ່ກຳລັງສຶກສາຢູ່ມະຫາວິທະຍາໄລແຫ່ງຊາດ
👉 ໃນການສະໝັກທຶນການສຶກສາຈາກ ສະຖານທູດ ສປ ຈີນ ປະຈຳ ລາວ ປະຈຳສົກສຶກສາ 2020-2021

*ເງື່ອນໄຂ:

  1. ເປັນນັກສຶກສາທີ່ກຳລັງສຶກສາປີທີ 1 ຢູ່ທີ່ມະຫາວິທະຍາໄລແຫ່ງຊາດ (ທຸກໆຄະນະວິຊາສາມາດສະໝັກໄດ້)
  2. ມີຄຸນສົມບັດຮຽນດີ, ຮຽນເກັ່ງ
  3. ມີຄວາມຕັ້ງໃຈໃນການສຶກສາຮໍ່າຮຽນ
  4. ສະພາບຄອບຄົວຫຍຸ້ງຍາກ ມາຈາກເຂດຫ່າງໄກສອກຫຼີກ
  5. ມີດຸໝັ່ນຫ້າວຫັນ, ອັດທະຍາໄສດີ

✅ ເອກະສານການສະໝັກ ປະກອບມີ:

  1. ບັດນັກສຶກສາ (Copy)
  2. ໃບປະກາດຈົບ ມ7 (Copy)
  3. ໃບຄະແນນຈົບ ມ7 (Copy)
  4. ຊີວະປະຫວັດຈົບ ມ7 (Copy)
  5. ສຳມະໂນຄົວ ຫຼື ບັດປະຈຳຕົວ (Copy)
    ລີ້ງດາວໂຫລດແບບຟອມສະໝັກ: https://drive.google.com/drive/folders/16QrwgP6rnGe399XHg8eV2MSWBaRIo35q?usp=sharing

❌ ປິດຮັບສະໝັກວັນທີ 20/11/2020
ຂໍ້ມູນເພີ່ມເຕີມສອບຖາມ ແລະສົ່ງແບບຟອມສະໝັກໄດ້ທີ່: ຫ້ອງການຄຸ້ມຄອງນັກສຶກສາ ມຊ
ໂທລະສັບ: 021 770 392

.

.

Leave a Reply

Your email address will not be published. Required fields are marked *