ຜູ່ໃຂ່ເຟນບຸກ Monthip Sananikhom ແຊຮ໌ປະສົບການ ການຕິດເຊື້ອ RSV ຂອງລູກສາວ

ຄິດມາດົນ ຄິດມາຫລາຍມື້ແລ້ວວ່າຈະເອົາລົງດີບໍ່ແຕ່ມື້ນີ້ຕັດສິນໃຈເອົາລົງເພື່ອເປັນອຸທາຫອນໃຫ້ແມ່ໆຫລາຍຄົນຢ່າສະລ້າໃຈເວລາທີ່ລູກບໍ່ສະບາຍ
➡️ໂລກນີ້ຜູ້ໃຫຍ່ສາມາດເປັນພາຫະນຳໂລກໄດ້ເຊັ່ນດຽວກັນເດີ້ ບໍ່ແມ່ນແຕ່ຈະຕິດຈາກເດັກສູ່ເດັກ
ບົດຄວາມນີ້ອາດຈະຍາວແນ່ ແຕ່ກະຫວັງວ່າຈະເປັນບົດຮຽນໃຫ້ຫລາຍໆຄົນ
ວັນທີ14-10-20 ອາລີສມີນັດຊັກວັກຊິນຢູ່ໂຮງຫມໍອະໄລແອນສ ມື້ທີ່ໄປມື້ນັ້ນຄົນເຈັບເຕັມໂຮງຫມໍຈົນບໍ່ມີບ່ອນນັ່ງ ແມ່ກະຄິດໃນໃຈວ່າລູກສິບໍ່ຕິດໂລກກັບມາຫວາ ເພ່ະຫ້ອງລໍຖ້າຂ້ອນຂ້າງແຄບ ແລະ ແອອັດ,
ຫລັງຈາກນັ້ນກະຊັກຢາຕາມປົກກະຕິ ຫມໍກະແຈ້ງວ່າຢາໂຕນີ້ອາດຈະມີໄຂ້ຮຸ່ມໆ ເຮົາກະໂອເຄ
ກັບມາບ້ານອາລີສກະຍັງບໍ່ມີໄຂ້ ຈົນມາຮອດແລງວັນທີ15-10-20 ໄຂ້ເລີ່ມຂຶ້ນ ມີອາການໄອ ໄອຈົນຮາກ ເຮົາກະບໍ່ໄດ້ຄິດຫຍັງກະຄິດວ່າປົກກະຕິ ກະເລີຍບໍ່ໄດ້ພາລູກໄປຫາຫມໍ ເພາະນາງຈະໄຂ້ສະເພາະຕອນເດິກໆ ຕອນເວັນນາງຈະບໍ່ມີໄຂ້

ວັນທີ16-10-20 ໄຂ້ຍັງບໍ່ເຊົາ ເລີຍໂທໄປຫາຫມໍ ຖາມວ່າໄຂ້ວັກຊິນມັນຄືຍັງບໍ່ເຊົາເທື່ອ ເພາະປົກະຕິໄຂ້ຄືນທີ່ຊັກຢາເຊົ້າມາມັນກະເຊົາແລ້ວ ຫມໍເລີຍບອກວ່າຖ້າມື້ອື່ນຍັງມີໄຂ້ຢູ່ໃຫ້ເຂົ້າມາກວດ(ຄືນນີ້ກະມີໄຂ້ຂຶ້ນສູງ ແລະ ໄອຫມົດຄືນ ໄອຈົນໂຕຄົດໂຕງໍ)
ວັນທີ17-10-20 ໄດ້ເອົານາງໄປກວດ ແຕ່ໂຮງຫມໍຄິວເຕັມ (ເດັກນ້ອຍຫລາຍແຮງ) ໃນໃຈຄິດ ຍ້າຍໂຮງຫມໍດີກວ່າຍ້ານລູກຕິດrsv ເລີຍຍ້າຍໄປກວດຢູ່ລາວ-ອາຊຽນ ແຕ່ໂຮງຫມໍນັ້ນບໍ່ສາມາດກວດrsvໄດ້ ເລີຍກວດແຕ່ໄຂ້ເລືອດອອກ ແລະ ແຕ່ງຢາໃຫ້ກິນຕາມອາການ

ຈົນຮອດວັນທີ 19-10-20 ໄຂ້ນາງກະຍັງບໍ່ລົງ ໄອກະຫນັກກວ່າເກົ່າ ເລີຍຕັດສິນໃຈເອົາໄປກວດຢູ່ອະໄລແອນສຄືນ ປະກວດວ່າຕິດເຊື້ອ ຕອນໄດ້ຍິນຫມໍບອກວ່າ ຜົນກວດເປັນ positive ຫູແມ່ຈົນອຶ້ງນັ່ງຊຶງມີແຕ່ຄຳຖາມເຂົ້າມາໄປຕິດຢູ່ໃສ? ຕິດຕອນໃດ? ຕິດມາໄດ້ຈັ່ງໃດ? ຫລັງຈາກນັ້ນຫມໍກະຟັງປອດ ແລະ ໃຫ້ຜົ່ນຢາ ແຕ່ງຢາໃຫ້ກັບໄປກິນຢູ່ບ້ານ ເພາະໂຮງຫມໍເຕັມ
ທຸກຄາບຕ້ອງກິນຢາປະມານ4-5ຢ່າງ ແລະ ຜົ່ນຢາທຸກໆ6ຊົ່ວໂມງ ເພື່ອບໍ່ໃຫ້ຂີ້ສະເລດຫນຽວ ແລະ ລົງປອດງ່າຍ ໂຊກດີຂອງລູກທີ່ລູກບໍ່ມີນ້ຳມູກເລີຍ ມີແຕ່ໄອ
ຫມໍກວດພົບຄື ມີຂີ້ສະເລດໃນປອດຫນ່ອຍ1 ແລະ ຫລອດລົມອັກເສບ

ວັນທີ21-10-20 ຫມໍນັດເຂົ້າໄປກວດຄືນ ມື້ນີ້ນາງບໍ່ມີໄຂ້ ແລະ ອາການໄອກະລຼຸດລົງ ຫມໍບອກວ່າເປັນສັນຍານທີ່ດີແລ້ວ ຕອນນີ້ນ້ອງບໍ່ມີເຊື້ອ ແຕ່ກະຍັງຕ້ອງໄດ້ໃຊ້ເວລາໃຫ້ຫລອດລົມ ແລະ ອາການໄອເຊົາ ເພາະປົກກະຕິເດັກທີ່ເປັນໂລກນີ້ຈະໃຊ້ເວລາປົວຕ່ຳສຸດ2ອາທິດ ແຕ່ລູກສາວແມ່ນ1ອາທິດ ແລະ ບໍ່ມີນ້ຳມູກ ທີ່ເປັນເຫດໃຫ້ຫາຍໃຈຍາກ ຫມໍບອກໃຫ້ລົດຢາທຸກໂຕ ແລ້ວໃຫ້ກິນຢາກັນຫອບຫືດໃຫ້ຄົບ28ມື້ ຖືວ່າຈົບ
ຝາກເຕືອນພໍ່ແມ່ທຸກຄົນທີ່ມີລູກນ້ອຍ ວ່າຢ່າສະລ້າໃຈເວລາທີ່ລູກບໍ່ສະບາຍ ໃຫ້ພາໄປພົບຫມໍຈະດີກວ່າ ການທີ່ເຮົາປົວເອງເຮົາບໍ່ຮູ້ວ່າລູກເຮົາເປັນຫຍັງແທ້ ເພາະພະຍາດດຽວນີ້ຮ້າຍແຮງ ແລະ ລະບາດໄວກວ່າທີ່ເຮົາຄິດ
ຢາທີ່ໃຊ້ປົວພະຍາດນີ້ແມ່ນບໍ່ມີ ແຕ່ຈະປົວຕາມອາການ ອາລີສຈະໄດ້ຢາ: ແກ້ແພ້(ລົດນ້ຳມູກ), ຢາແກ້ໄອ(ຂະຫຍາຍຫລອດລົມ), ຢາຕ້ານເຊື້ອ, ຢາປົວຫລອດລົມອັກເສບ, ຢາຜົ່ນ, ຢາກັນຫອບຫືດ(ໂຕນີ້ສຳຄັນຫລາຍຕ້ອງກິນຄົບ28ມື້ ເພາະເດັກທີ່ເປັນໂລກນີ້ມີໂອກາດເປັນຫອບຫືດໄດ້ສູງໃນເວລາຂ້າງຫນ້າ)
ປລ: ລູກແມ່ນີ້ບໍ່ໄດ້ເຂົ້າໂຮງຮຽນປະຈຳ, ລູກຮຽນຢູ່ໂຮງຮຽນຊິຈິດະ ອາທິດລະຊົ່ວໂມງ..! ຫລັງຈາກທີ່ຮູ້ວ່າລູກຕິດເຊື້ອແມ່ນີ້ໄດ້ກັກໂຕລູກເປັນເວລາ1ທິດ ເພື່ອບໍ່ເປັນການແຜ່ເຊື້ອສູ່ຄົນອື່ນ
