ການດຳເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII ໃນວັນທີ 10 ພະຈິກ 2020 ພາຍໃຕ້ການເປັນປະທານຂອງ ທ່ານ ແສງນວນ ໄຊຍະລາດ, ຮອງປະທານສະພາແຫ່ງຊາດ. ສະມາຊິກສະພາແຫ່ງຊາດຈາກແຕ່ລະເຂດເລືອກຕັ້ງໄດ້ຮັບຟັງ ແລະ ຄົ້ນຄວ້າປະກອບຄຳເພື່ອຮັບຮອງເອົາຮ່າງກົດໝາຍວ່າດ້ວຍຊາວໜຸ່ມລາວ ເຊີ່ງເປັນຮ່າງກົດໝາຍທີ່ສ້າງຂຶ້ນໃໝ່ສໍາລັບຮ່າງ ປະກອບມີ IX ພາກ, 7 ໝວດ, 63 ມາດຕາ ທີ່ສະເໜີໂດຍ ທ່ານ ອາລຸນໄຊ ສຸນນະລາດ, ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ.

ທ່ານ ອາລຸນໄຊ ສຸນນະລາດ ໄດ້ຍົກໃຫ້ເຫັນ ວ່າ: ເນື່ອງຈາກໃນສະພາບປັດຈຸບັນ ແລະ ອານາຄົດຊາວໜຸ່ມລາວນັບມື້ເພີ່ມຂຶ້ນ, ໃນນັ້ນ ມີຊາວໜຸ່ມຈໍານວນຫລາຍສົມ ຄວນທີ່ຍັງບໍ່ທັນໄດ້ຮັບການຄຸ້ມຄອງ, ປົກປ້ອງ, ສົ່ງເສີມ ແລະ ພັດທະນາຢ່າງເປັນລະບົບ ຈຶ່ງເຮັດໃຫ້ມີຊາວໜຸ່ມຈໍານວນໜຶ່ງມີແນວຄິດ ແລະ ເຄື່ອນໄຫວບໍ່ສອດຄ່ອງກັບກົດ ໝາຍ, ວັດທະນະທໍາ, ຮີດຄອງປະເພນີອັນດີງາມ ເຊິ່ງເປັນສາເຫດທີ່ພາໃຫ້ເກີດປະກົດການຫຍໍ້ທໍ້ດ້ານຕ່າງຯ ໃນສັງ ຄົມ ເປັນຕົ້ນ: ມີການຈັດຕັ້ງຂອງຊາວໜຸ່ມທີ່ບໍ່ໄດ້ຮັບອະນຸ ຍາດສ້າງຕັ້ງຖືກຕ້ອງຕາມກົດໝາຍຫລາຍສົມຄວນ ໂດຍໄດ້ຮັບການສະໜັບສະໜູນຈາກບຸກຄົນ, ນິຕິບຸກຄົນ ທັງພາຍໃນ ແລະ ຕ່າງປະເທດ, ຊາວໜຸ່ມລາວຈໍານວນບໍ່ໜ້ອຍມີການພົວພັນກັບສິ່ງເສບຕິດ, ການຂັບຂີ່ທີ່ລະເມີດກົດໝາຍ ເຮັດໃຫ້ເກີດອຸບັດຕິເຫດຕາມທ້ອງຖະໜົນນັບມື້ເພີ່ມຂຶ້ນ, ການຂີ້ລັກ, ການງັດແງະ, ການປຸ້ນຈີ້ຊີງຊັບ, ຂ້າເຈົ້າເອົາຂອງ, ການຄ້າມະນຸດ, ບໍ່ມີວິຊາຊີບ, ບໍ່ມີວຽກເຮັດງານທໍາ, ມີຄ່ານິຍົມທີ່ບໍດີ, ປະລະການຮຽນ, ການເຂົ້າເຖີງການບໍລິການສຸຂະພາບ ຍັງບໍ່ທັນຮັບປະກັນ, ແຕ່ງດອງກ່ອນໄວອາຍຸ, ການປະຮ້າງ ແລະ ອື່ນຯ.

ກົດໝາຍສະບັບນີ້ ຈະເປັນການເພີ່ມຄວາມຮັບຜິດ ຊອບ, ພັນທະ ແລະ ເປັນເຄື່ອງມືໃຫ້ແກ່ການຈັດຕັ້ງຂອງລັດ, ການຈັດຕັ້ງການເມືອງ-ສັງຄົມ, ບຸກຄົນ, ນິຕິບຸກຄົນໃນການຄຸ້ມຄອງ, ປົກປ້ອງ, ສົ່ງເສີມ ແລະ ພັດທະນາຊາວ ໜຸ່ມໃຫ້ກາຍເປັນກໍາລັງແຮງ ເປັນຜູ້ສືບທອດທີ່ມີຄຸນນະ ພາບໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະ ເທດຊາດ.

ປັດຈຸບັນ, ທົ່ວປະເທດ ມີຊາວໜຸ່ມ-ເຍົາວະຊົນ ທັງໝົດ 4.059.000 ຄົນ ເທົ່າກັບ 57% ຂອງພົນລະ ເມືອງລາວ ທີ່ມີ 7.123.000 ຄົນ, ຊາວໜຸ່ມລາວມີຈໍານວນ 2.569.000 ຄົນ ເທົ່າກັບ 36% ຂອງພົນລະເມືອງລາວ. ໃນຈໍານວນ 2.569.000 ຄົນ ມີຈໍານວນ 703.500 ຄົນ ເທົ່າກັບ 27% ເປັນສະມາຊິກ ແລະ ໄດ້ຮັບການຄຸ້ມຄອງຈາກຄະນະຊາວ ໜຸ່ມ ປະຊາຊົນ ປະຕິວັດລາວ, ຈໍານວນ 1.865.500 ຄົນ ເທົ່າກັບ 73% ແມ່ນຊາວໜຸ່ມຍັງບໍ່ໄດ້ຮັບການຄຸ້ມຄອງຈາກການຈັດຕັ້ງຊາວໜຸ່ມ ຢ່າງທົ່ວເຖີງ.

Cr: ບຸນຕຽງ ຈັນທະວົງ

Leave a Reply

Your email address will not be published. Required fields are marked *