ພາຍຫຼັງທີ່ພາຍຸລະດູຮ້ອນໄດ້ໝົດໄປ ມາຮອດວັນທີ 9 ພະຈິກ 2020 ນີ້, ກອງຮ້ອຍເອກະລາດ186 ທີ່ຂຶ້ນກັບກອງພົນທີ 4 ໄດ້ສຸມໃສ່ເກັບກ່ຽວເຂົ້ານາປີ ເຊີ່ງນຳໂດຍ: ສະຫາຍ ພັນຕີ ບຸນຍັງ ວໍລະວົງ ຫົວໜ້າການເມືອງກອງຮ້ອຍ, ມີພະນັກງານ-ນັກຮົບທົ່ວກອງຮ້ອຍເຂົ້າຮ່ວມເກັບກ່ຽວຜົນລະປູກຢ່າງເປັນຂະບວນຟົດຟື້ນ.

ສະຫາຍ ພັນຕີ ບຸນຍັງ ວໍລະວົງ ຫົວໜ້າການເມືອງກອງຮ້ອຍ ໄດ້ໃຫ້ຮູ້ຕື່ມອີກວ່າ: ນອກຈາກການເຮັດໜ້າທີ່ວິຊາສະເພາະແລ້ວກອງຮ້ອຍ 186 ຍັງໄດ້ຖືເອົາວຽກງານປູກຝັງ – ລ້ຽງສັດສ້າງພາລາທິການກັບທີ່ເປັນສໍາຄັນເພື່ອເປັນການປັບປຸງກໍ່ສ້າງກົມກອງສ້າງຄວາມສາມັກຄີລະຫວ່າງພະນັກງານ – ນັກຮົບພາຍໃນກົມກອງໂດຍການຊີ້ນໍາ – ນໍາພາຂອງຄະນະພັກ – ຄະນະບັນຊາກອງຮ້ອຍເພື່ອສ້າງລາຍຮັບເຂົ້າກົມກອງຕາມແນວທາງ 4 ປູກ 4 ລ້ຽງ.ໃນການເກັບກ່ຽວເຂົ້ານາປີຄັ້ງນີ້ແມ່ນໃນເນື້ອທີ່ທັງໝົດ 3,3 ເຮັກຕາ, ຄາດວ່າຈະສຳເລັດພາຍໃນ 2 ວັນ ຜົນຜະລິດໃນປີທີ່ຜ່ານມາແມ່ນສາມາດເກັບກູ້ໄດ້ທັງໝົດ5.500ກິໂລ, ສຳລັບປີນີ້ແມ່ນຄາດວ່າ 5.890 ກິໂລ ຈະສາມາດກຸ້ມຕົນເອງໄດ້ທາງດ້ານເຂົ້າກິນ 06 ເດືອນ.

.

ທັງນີ້ກໍ່ເພື່ອປະຕິບັດຕາມທິດນຳຂອງກົມໃຫຍ່ພາລາທິການກອງທັບວາງອອກທາງດ້ານວຽກງານລ້ຽງດູກຳລັງບົນພື້ນຖານປະຕິບັດຕາຄໍາຂັວນ ເພິ່ງຕົນເອງ ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ໂດຍໄດ້ສຸມໃສ່ການຜະລິດເຂົ້ານາປີເປັນຫຼັກຕາມເງື່ອນໄຂທ່າແຮງບົມຊ້ອນຂອງກົມກອງ.

.

ຂ່າວໂດຍ: ສຸລິວັນ ແສນບຸດຕະລາດ (ນັກຂ່າວກອງພົນທີ 4)
ພາບໂດຍ: ບົວຄຳ ທອງລັດສະໝີ (ນັກຂ່າວກອງພົນທີ 4)