ປກສ: ກໍລະນີຄລິບດັງໃນທ້າຍເດືອນຕຸລາທີ່ຜ່ານມາ ແມ່ໄດ້ອັດຄລິບພ້ອມທັງທຳການສາບແຊ່ງ ເຈົ້າໜ້າທີ່ຊຸດລາຍ” ຈາກກໍລະນີຕຳຫຼວດຊຸດລາຍ ໄດ້ກັກໂຕລູກຊາຍ ພ້ອມປັບໄໝເງິນ 200.000 ກີບ.
ເລື່ອງມີຢູ່ວ່າໃນວັນທີ 25 ຕຸລາ 2020 ທີ່ຜ່ານມາ ແມ່ໄດ້ໃຊ້ລູກຊາຍໄປຊື້ໝີ່ເປັດມາກິນ ແຕ່ບັງເອີນລູກຊາຍໄດ້ຖືກຕຳຫຼວດຊຸດລາຍລັດໜ້າລົດພ້ອມຂໍກວດລົດ ຢູ່ ທີ່ປ້ອມຕຳຫຼວດ 4 ແຍກໂຟແດງ ບ້ານ ຕານມີໄຊ ເມືອງ ໄຊທານີ ນະຄອນຫຼວງວຽງຈັນ

ຫຼັງຈາກກວດລົດແລ້ວໄດ້ເອົາກະແຈລົດໄວ້ ແລະ ບອກລູກຊາຍໄປຢູ່ປ້ອມຖ້າ ລູກຊາຍກໍ່ເລີຍໂທຫາແມ່ໄປຫາ ອ້າຍຕຳຫຼວດຊຸດລາຍເພີ່ນໄດ້ຂໍເງິນ 200 000 ກີບ ຈື່ງຈະປ່ອຍໂຕ.

ຈາກເຫດການດັ່ງກ່າວໄດ້ເຮັດໃຫ້ຜູ້ເປັນແມ່ບໍ່ພໍໃຈ ແລະ ຮູ້ສຶກເຫຼືອໃຈທີ່ຕຳຫຼວດໄດ້ຂໍເງິນ 200 000ກີບ ຈຶ່ງໄດ້ນຳເອົາເກືອ, ໝາກເພັດ ມາເຜົາໄຟພ້ອມທັງສາບແຊ່ງຕຳຫຼວດຊຸດດັ່ງກ່າວ.
ຕໍ່ກັບເຫດການດັ່ງກ່າວ ທ່ານ ພັນໂທ ບຸນຖົມ ແກ້ວມະນີວົງ ຫົວໜ້າກອງພັນປ້ອງກັນເຄື່ອນທີ່ນະຄອນຫຼວງວຽງຈັນ ໄດ້ຊີ້ແຈງໃຫ້ຮູ້ວ່າ ພາຍຫຼັງໄດ້ຮັບຊາບເຫດການນີ້ກອງພັນປ້ອງກັນເຄື່ອນທີ່ກໍ່ໄດ້ຮີບຮ້ອນຈັດຕັ້ງກັນກວດກາ ແລະ ລົງເກັບກຳຂໍ້ມູນຄວາມເປັນຈິງໂດຍໄວ

ເຊີ່ງຜ່ານການກວດກາເຫັນວ່າ ການປະຕິບັດໜ້າທີ່ຂອງອ້າຍນ້ອງມີຂໍ້ບົກຜ່ອງແທ້ຈິງ ສະແດງອອກເຖິງແບບແຜນວິທີການເຮັດວຽກບໍ່ສອດຄ່ອງກັບຫຼັກການວິຊາສະເພາະມີເຫດການກໍ່ບໍ່ລາຍງານຂໍຄຳເຫັນຈາກການຈັດຕັ້ງ ເຮັດໃຫ້ສັງຄົມບໍ່ເຂົ້າໃຈ ແລະ ມີຫາງສຽງວິພາກວິຈານຕໍ່ການປະຕິບັດໜ້າທີ່ຂອງຕົນ.

ຕໍ່ກັບບັນຫານີ້ ທາງກອງພັນຂອງພວກເຮົາກໍ່ໄດ້ມີຄວາມເປັນເອກະພາບກັນ ແລະ ລາຍງານຕໍ່ກອງບັນຊາການປ້ອງກັນຄວາມສະຫງົບນະຄອນ ຫຼວງວຽງຈັນເພື່ອພິຈາລະນາ ແລະ ລົງວິໄນຕໍ່ກັບອ້າຍນ້ອງ 7 ສະຫາຍຕາມລະບຽບຂອງກອງກຳລັງປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນຢ່າງເຂັ້ມງວດ.
