ກົມອຸຕຸນິຍົມ ແລະ ອຸທົກກະສາດ ແຈ້ງເຕືອນເຝົ້າລະວັງພາຍຸໝຸນເຂດຮ້ອນ ວັນທີ 09/11/2020.
ພາຍຸໝຸນເຂດຮ້ອນ ເອຕາວ (Etau) ໃນເວລາ 19ໂມງ 00 ນາທີ ມີຈຸດສູນກາງຢູ່ເສັ້ນຂະໜານທີ 12.7 ອົງສາເໜືອ ແລະ ເສັ້ນແວງທີ 111.5 ອົງສາຕາເວັນອອກ ໄດ້ເຄື່ອນທີມາທາງທິດຕາເວັນຕົກດ້ວຍຄວາມໄວ 20 ກິໂລແມັດຕໍ່ຊົ່ວໂມງ.
ຄາດຄະເນວ່າພາຍຸຫົວນີ້ຈະເຄື່ອນທີ່ຂຶ້ນຝັ່ງທາງພາກໃຕ້ຂອງ ສສ ຫວຽດນາມ ແລະ ຈະເຄື່ອນເຂົ້າຜ່ານປະເທດກໍາປູເຈຍໃນຄືນຂອງມື້ນີ້, ວົງລັດສະໝີຂອງພາຍຸຫົວນີ້ຈະກວມເອົາເຂດພາກໃຕ້ ແລະ ພາກກາງຂອງປະເທດລາວ, ຊຶ່ງຈະເຮັດໃຫ້ມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍຫາປານກາງ ແລະ ຕົກໜັກ ພ້ອມມີລົມພັດແຮງຢູ່ບັນດາແຂວງພາກກາງ ແລະ ພາກໃຕ້ໃນໄລຍະວັນທີ 10 ຫາ 11 ພະຈິກ 2020.
ແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ ແລະ ອົງການປົກຄອງທ້ອງຖິ່ນ ທຸກພາກສ່ວນທີ່ອາໃສຢູ່ແຂວງ ພາກກາງ ແລະ ພາກໃຕ້ເຊັ່ນ: ແຂວງ ຄຳມ່ວນ, ສະຫວັນນະເຂດ, ສາລະວັນ, ເຊກອງ, ຈາປາສັກ ແລະ ອັດຕະປື ຈົ່ງມີສະຕິລະມັດລະວັງຕໍ່ສະພາບຝົນຕົກໜັກ ແລະ ລົມພັດແຮງ ທີ່ຈະເຮັດໃຫ້ມີ ຕົ້ນໄມ້ຫັກລົ້ມ ແລະ ເຮືອນຊານເປ່ເພ, ພ້ອມນີ້ໃຫ້ກະກຽມເກັບມ້ຽນຜົນລະປູກ ແລະ ຂໍໃຫ້ຕິດຕາມການແຈ້ງເຕືອນໄພຈາກກົມອຸຕຸນິຍົມ ແລະ ອຸທົກກະສາດໃນ ໄລຍະ 1 ຫາ 2 ວັນນີ້.
ລາຍງານຂໍ້ມູນສຳລັບອຸຕຸກະເສດ: ຄາດຂະເນ ມີຄວາມສ່ຽງສູງຕໍ່ສະພາບອາກາດໜາວເຢັນ ແລະ ໃຫ້ປະຊາຊົນເຝົ້າລະວັງ ການລະບາດຂອງ ເພ້ຍຈັກຈັ່ນສີນ້ຳຕານ ທີ່ມີຄວາມສ່ຽງໃນລະດັບກາງ.