ນະຄອນຫຼວງວຽງຈັນ: 1624 ແຈ້ງຂ່າວ ເຫດລົດໃຫຍ່ຕຳກັບລົດຈັກແລ້ວໜີ (ເສຍຊີວິດຄາທີ່) ເຂດບ້ານ ຂຸດສາມບາດ.

ໃນວັນທີ 8/10/2020 ເວລາ 21:25ນາທີ ໄດ້ຮັບແຈ້ງເຫດເຂົ້າໝາຍເລກສຸກເສີນ 1624 ວ່າມີລົດໃຫຍ່ຕຳລົດຈັກແລ້ວໜີ ຢູ່ບ້ານ ຂຸດສາມບາດ ເມືອງ ໄຊທານີ ນະຄອນຫຼວງວຽງຈັນ.

ທີມກູ້ຊີບກູ້ໄພນະຄອນຫຼວງ (ສູນສັ່ງການ) ຈຶ່ງໄດ້ອອກກວດສອບເຫດພົບຜູ້ບາດເຈັບ 01 ຄົນເປັນເພດຊາຍ. ອາການເບື້ອງຕົ້ນແມ່ນ: ໝົດສະຕີ ແລະ ບໍ່ຕອບສະໜອງ ຄໍຫັກ


ດັ່ງນັ້ນຈຶງໄດ້ປະສານຫາເຈົ້າຫນ້າທີ່ຕຳຫລວດຈາລະຈອນແລະຍາດຕິພີ່ນ້ອງຂອງຜູ້ເສຍຊີວິດເພື່ອມອບສົບໄປເຮັດພິທີທາງສາດສະໜາ.

ສ່ວນຄູ່ກໍລະນີທາງເຈົ້າໜ້າທີ່ຈະຕາມຈັບຕໍ່ໄປເພາະພົບຫຼັກຖານຫຼາຍອັນ, ຫາກຜູ່ກ່ຽວເຫັນຂ່າວນີ້ໃຫ້ມາມອບຕົວດ່ວນ.

ຂໍສະແດງຄວາມເສຍໃຈມາທາງຄອບຄົວຜູ້ເສຍຊິວິດດ້ວຍ

ອຸປະຕິເຫດສຸກເສີນໂທ : 🚑 1624 🚑 ຖ້າທ່ານໃດຕ້ອງຢາກເປັນສ່ວນໜື່ງໃນການຊ່ວຍເຫຼືອໜ່ວຍງານພວກເຮົາໃນການບໍລິຈາກ

  • – ອຸປະຖຳຕ່າງໆເຊັ່ນ : ເຂົ້າສານ,ອາຫານການກີນ
  • – ອຸປະກອນການແພດຕ່າງໆ
  • ສາມາດເຂົ້າມາໄດ້ພົວພັນທີ່: ສູນສັງການ ບ້ານໂພນພະເນົາເມືອງໄຊເສດຖາ ນະຄອນຫຼວງວຽງຈັນ

ຕິດຕໍ່ສອບຖາມ:020 2244 1624

Leave a Reply

Your email address will not be published. Required fields are marked *