ນະຄອນຫຼວງວຽງຈັນ: 1623 ແຈ້ງອຸບັດຕິເຫດຮູນແຮງ ເຫດເກີດໃນວັນທີ 08 ພະຈິກ 2020 ເວລາ 00:37 ໂມງ. ໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສ ປປ ລາວ ໄດ້ຮັບແຈ້ງເຫດເຂົ້າເບີໂທສຸກເສີນ 1623 ວ່າມີເຫດລົດໃຫ່ຍຕຳກັບລົດຈັກ.

ຈຸດເກີດເຫດແມ່ນຫນ້າຮ້ານປີ້ງແບ້ສັງທອງ ເສັ້ນທາງຫນອງໄຮ-ດອນກອຍ, ເມືອງໄຊເສດຖາ,ນະຄອນຫຼວງວຽງຈັນ. ໜ່ວຍກູ້ໄພອອກກວດສອບເຫດພົບວ່າມີຄົນຜູ້ເສຍຊີວິດ 2 ຄົນ

ຄົນທີ 1 ເພດຊາຍ ອາຍຸ 23 ປີ ອາຊີບນັກສຶກສາ ບ້ານຊຽງດາ[ຫໍພັກ] ເມືອງໄຊເຊດຖາ ແຂວງ ນະຄອນຫລວງວຽງຈັນ. ອາການເບື້ອງຕົ້ນແມ່ນກະທົບຫົວ ຕີນຂວາແຕກມຸນ ມີບາດຈີກຢູ່ໃບຫນ້າ (ເສຍຊີວິດຄາທີ່).

ຄົນທີ 2 ເພດຍິງ ອາຍຸ 24 ປີ ອາຊີບນັກສຶກສາ ບ້ານຊຽງດາ(ຫໍພັກ) ເມືອງໄຊເສດຖາ ແຂວງ ນະຄອນຫລວງວຽງຈັນ. ອາການເບື້ອງຕົ້ນ ແມ່ນ ກະທົບຫົວ ມີບາດຈີກໃຫ່ຍຢູ່ຫນ້າຜາກ (ເສຍຊີວິດຄາທີ່ )

ດັ່ງນັ້ນໜ່ວຍກູ້ໄພມູນນິທິ 1623 ຈຶ່ງໄດ້ນຳສົ່ງສົບໄປຝາກໄວ້ທີ່ໂຮງຫມໍມະໂຫສົດ ແລ້ວມອບໃຫ້ທາງຄອບຄົວແລະຍາດພີ່ນ້ອງເພື່ອເຮັດພິທີທາງສາສະຫນາ.

ເຈົ້າໜ້າທີ່ກ່ຽວຂ້ອງຈະດໍາເນີນການກວດສອບແລະແຈ້ງຂ່າວໃຫ້ຮູ້ອີກພາຍຫຼັງ.

.

Leave a Reply

Your email address will not be published. Required fields are marked *