ນະຄອນຫຼວງວຽງຈັນ: ລາຍງານຈາກ ອາສາກູ້ໄພ 1623 ໃຫ້ຮູ້ວ່າ ເວລາປະມານ 17:15 ວັນທີ່ 8 ພະຈິກ 2020 ໄດ້ຮັບແຈ້ງເຫດ ເຫດລົດຈັກຕຊາກັບລົດບັນທຸກ (ເສຍຊີວິດຄາທີ່ 1 ລາຍ).

ຈຸດເກີດເຫດແມ່ນ 3 ແຍກນາຄູນ ເມືອງນາຊາຍທອງ ນະຄອນຫລວງວຽງຈັນ, ຜູ່ເສຍຊີວິດເປັນເພດຍິງ ອາຍຸປະມານ 27 ປີ ຄົນທ້ອງຖິ່ນຊໍາເໜືອ ອາຊີບນັກສຶກສາ ອາໄສຢູ່ທີ່ ບ້ານອ່າງນໍ້າຫຸມ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ. ແລະ ມີຜູ່ບາດເຈັບ 1 ຄົນ ຫົວແຕກ ທາງກູ້ໄພນໍາສົ່ງໂຮງໝໍ

ສາເຫດ ຂອງອຸບັດຕິເຫດ ທາງເຈົ້າໜ້າທີ່ກໍາລັງກວດສອບ. ຂໍ້ມູນເພີ່ມເຕີມຈະແຈ້ງໃຫ້ຮູ້ພາຍຫຼັງ.

ລົດຜູ່ເສຍຊີວິດ ກໍາແພງນະຄອນ ດພ 1833

ຄລິບລາຍງານສົດ
ເພີ່ມເຕີມ ໂທ: 1623