ນະຄອນຫລວງວຽງຈັນ: ລາຍງານຈາກ ປະຊາຊົນໃຫ້ຮູ້ວ່າ ເວລາປະມານ 8:00 ວັນທີ 8 ພະຈິກ 2020 ເກີດອຸບັດຕິເຫດ ທີ່ທາງ ເຂດບ້ານດ່ານຄໍາ ຫາ ບ້ານຫນອງດາ, ເມືອງສີໂຄດຕະບອງ, ນະຄອນຫລວງວຽງຈັນ. ລົດຂົນແຮ່ຊາຍ 12 ລໍ້ໄດ້ຖອຍຫຼັງມາຢຽບເອົາລົດຈັກ ມຸ່ນອຸ້ຍປຸ້ຍ.

ຜູ່ເຫດເຫດການເລົ່າໃຫ້ຟັງວ່າ່: ລົດ 12 ລໍ້ ຖອຍຢຽບລົດຈັກທີ່ຈອດແຄມທາງດີທີ່ຄົນຂີ່ລົດຈັກບໍ່ຢູ່ນຳລົດ ບໍ່ຊັນກໍ່ຈະເປັນໄປຄືລົດ ຂໍຂອບໃຈ. ເສັ້ນທາງບ້ານດ່ານຄຳຫາບ້ານຫນອງດາ ເມືອງສີໂຄດຕະບອງ, ນະຄອນຫລວງວຽງຈັນເດີ້.

ລົດຈັກທີຖືກຢຽບ ແມ່ນ ປ້າຍທະບຽນ ກໍາແພງນະຄອນ ດລ 1472, ຄົນຂັບລົດຈັກແມ່ນເພດຊາຍ.

ຂໍໃຫ້ທຸກຄົນລະມັດລະວັງໃນການຂັບຂີ່.
