ໄຊຍະບູລີ: ລາຍງານດ່ວນຈາກ ປະຊາຊົນ ແຈ້ງໃຫ້ຮູ້ວ່າເວລາປະມານ 15:45 ວັນທີ 6 ພະຈິກ 2020 ເກີດອຸບັດຕິເຫດ ຮ້າຍແຮງ ລົດຂົນສົ່ງຕໍາຄົນຍ່າງຂ້າງທາງ ທີ່ເສັ້ນທາງເມືອງພຽງ, ແຂວງໄຊຍະບູລີ.

ລົດທີ່ຕໍາແມ່ນລົດຂົນສົ່ງ ທະບຽນ ກໍາແພງນະຄອນ ບຂ 8303, ຜູ່ຖືກຕໍາແມ່ນເພດຊາຍອາຍຸສູງ.

ຮ່າງຜູ່ເສຍຊີວີດ ຖືກຕໍາຟົ້ງລົງຮ່ອງຂ້າງທາງ.

ສ່ວນການສືບສວນສາເຫດຂອງອຸບັດຕິເຫດ ເຈົ້າໜ້າທີ່ຈະດໍາເນີນການຕາມຂັ້ນຕອນຕໍ່ໄປ.

ສະແດງຄວາມເສຍໃຈກັບເຫດການຄັ້ງນີ້.