ແຈ້ງການ: ເຈົ້າແຂວງວຽງຈັນ ອອກແຈ້ງການ ໃຫ້ປິດການສັນຈອນຕາມທ້ອງຖະໜົນ ແຕ່ເວລາ 22:00 ໂມງເປັນຕົນໄປ ຂອງວັນທີ 04-13 ພະຈິກ 2020 ນີ້ (ຍົກເວັ້ນກໍລະນີພິເສດ).
ຕໍ່ກັບຮ້ານບໍລິການ ຮ້ານກີນດື່ມ, ຮ້ານຄາລາໂອເກະ, ຮ້ານບໍລິການບັນເທິງ ແມ່ນໃຫ້ປິດບໍລິການຊົ່ວຄາວ ແຕ່ວັນທີ 08-13 ພະຈິກ 2020.
ທັງນີ້, ກໍ່ເພື່ອເພີ່ມທະວີວຽກງານຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ ໃນໄລຍະກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກແຂວງ ວຽງຈັນ.
ລາຍລະອຽດອ່ານເພີ່ມເຕີມໄດ້ທີ່ເອກະສານລຸ່ມນີ້

.
