ແຂວງວຽງຈັນ: ລາຍງານຈາກປະຊາຊົນໃຫ້ຮູ້ ໃນເຊົ້າວັນທີ່ 6 ພະຈິກ 2020 ນີ້ວ່າ ເກີດອຸບັດຕິ້ຫດມລົດຕໍາແ້າຍ ເຕືອນເຂົ້າຂົວນໍ້າພະນາຍ ບ້ານເກີນ ເມືອງທຸລະຄົມ, ແຂວງວຽງຈັນອີກແລ້ວ.

ອຸບັດຕິເຫດເຮັດໃຫ້ລົດຕາແລະ ການສັນຈອນຕິດດົນສົມຄວນ.

ຮຽກຮ້ອງໃຫ້ຜູ່ສັນຈອນຕ້ອງນັບຖື ປ້າຍຈາລະຈອນ ລົດທີ່ມີຄວາມສູງ ແລະ ນໍ້າໜັກເກີນທີ່ກໍານົດ ຄວນເວັ້ນໄປທາງອື່ນ.
ລາຍງານໂດຍ: Khammo Phompakdy

ຂ່າວກ່ອນໜ້ານີ້
ແຂວງວຽງຈັນ: ລາຍງານຈາກປະຊາຊົນໃຫ້ຮູ້ໃນຕອນແລງວັນທີ່ 28/10/2020 ນີ້ວ່າເກີດອຸບັດຕິເຫດລົດຫົກລໍ້ ຕໍາປ້າຍ ທີ່ຂົວນໍ້າພະນາຍ ບ້ານເກີນ ເມືອງທຸລະຄົມ ແຂວງວຽງຈັນ

ອຸບັດຕິເຫດແມ່ນຍ້ອນໂຊເຟີປະໝາດ ຢາກເຂົ້າຂົວທີ່ມີການກໍານົດຄວາມສູງ ແລະນໍ້າໜັກ. ລົດໄດ້ຕໍາເອົາຫຼັກ ທີ່ຕິດປ້າຍເຕືອນແລະກໍານົດຄວາມສູງ ຄວາມສາມາດຮອງຮັບຂອງຂົວ.

ອຸບັດຕິເຫດເຮັດໃຫ້ລົດຕິດເປັນເວລາດົນສົມຄວນ. ເຕືອນບັນດາລົດຂົນສົ່ງ ທີ່ມີຄວາມສູງ ແລະ ນໍ້າໜັກເກີນ ໃຫ້ໃຊ້ທາງອ້ອມ ທີ່ກໍານົດໄວ້.

ເພາະຂົວແຫ່ງນີ້ແມ່ນຫັກ ແລະ ຫາກໍ່ແປງແລ້ວ.
