ກອງບັນຊາການ ປ້ອງກັນຄວາມສະຫົງບ (ປກສ) ແຂວງໄຊສົມບູນ ໄດ້ຈັດພິທີຈູດທໍາລາຍຢາເສບຕິດ ໂດຍສະ ເພາະ ຢາບ້າ ຈໍານວນ 20.373 ເມັດ, ເຮໂຣອິນ ຈໍານວນ 65 ຫຼອດນ້ອຍ ແລະ 1 ຖົງນ້ອຍ ແລະ ສານເສບຕິດ ອື່ນໆອີກ, ໃນວັນທີ 4 ພະຈິກ 2020 ນີ້ ຢູ່ທີ່ເດີ່ນ 596, ໂດຍການເຂົ້າຮ່ວມຂອງຮອງເຈົ້າແຂວງໄຊສົມບູນ, ທ່ານ ພອຍຄໍາ ຮຸ່ງບຸນຍວງ, ຮອງຫົວໜ້າກອງບັນຊາການ ປກສ ແຂວງ, ທ່ານ ພັນເອກ ຄໍາດອນ ຈັນທະວົງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

.

.

ການຈູດທໍາລາຍຢາເສບຕິດຄັ້ງນີ້ ໄດ້ສະແດງໃຫ້ເຫັນວ່າ ໃນໄລຍະຜ່ານມາ ພັກ-ລັດຖະບານ ກໍຄືການນໍາ ແຂວງໄຊສົມບູນ ໄດ້ເອົາໃສ່ໃຈໃນການຄວບຄຸມ, ຕ້ານ ແລະ ສະກັດກັ້ນ ບັນຫາຢາເສບຕິດ ຢ່າງເຂັ້ມງວດ ພ້ອມທັງສຶກສາອົບຮົມປະຊາຊົນ, ຊາວໜຸ່ມ-ເຍົາວະຊົນ ໃຫ້ຮັບຮູ້ ແລະ ເຂົ້າໃຈ ກ່ຽວກັບຜົນຮ້າຍຂອງຢາເສບຕິດຕະຫລອດມາ. ທັງໝົດນັ້ນ ກໍເພື່ອເຮັດໃຫ້ປະກົດການຫຍໍ້ທໍ້ດັ່ງກ່າວ ໄດ້ຫຼຸດນ້ອຍຖອຍລົງ ແລະ ເຮັດໃຫ້ສັງຄົມ ມີຄວາມສະຫງົບ, ເປັນລະບຽບຮຽບຮ້ອຍ ໂດຍປາສະຈາກສິ່ງເສບຕິດທັງປວງ.

.

ຂ່າວ: ພາພອນ ນະວົງໄຊ

Leave a Reply

Your email address will not be published. Required fields are marked *