ສາລະວັນ: ລາຍງານຈາກປະຊາຊົນໃຫ້ຮູ້ວ່າ ໃນຕອນເຊົ້າ ວັນທີ່ 5 ພະຈິກ 2020 ເກີດອຸບັດຕິເຫດ ລົດບັນທຸກນ້ຳມັນ ປະສານງານກັບລົດເມໂດຍສານ ທີ່ຂົວຫ້ວຍຫມາກເເງວ ເມືອງບາຈຽງຈະເລີນສຸດ ແຂວງຈໍາປາສັກ ທາງໄປຫາ ແຂວງສາລະວັນ.

ອຸບັດຕິເຫດດັ່ງກ່າວບໍ່ມີລາຍງານຜູ່ບາດເຈັບ ຫຼື ເສຍຊິວິດ ແຕ່ ລົດຕິດເປັນເວລາຫຼາຍຊົ່ວໂມງ.

ສາເຫດຂອງອຸບັດຕິເຫດ ທາງ ເຈົ້າໜ້າທີ່ໄດ້ລົງກວດສອບ ແລະ ຈະລາຍງານໃຫ້ຮູ້ຕື່ມພາຍຫຼັງ. ຂໍໃຫ້ທຸກຄົນໃຊ້ລົດໃຊ້ຖະໜົນດ້ວຍຄວາມບໍ່ປະໝາດ.

.

ທີ່ມາ

Leave a Reply

Your email address will not be published. Required fields are marked *