ຈໍາປາສັກ: ໂຄງການເຂື່ອນໄຟຟ້າດອນສະໂຮງ ຖືກຮັບຮອງເປັນໂຄງການກໍ່ສ້າງສຳເລັດ ແລະ ດຳເນີນການຜະລິດກະແສໄຟຟ້າຢ່າງເປັນທາງການແລ້ວ ພະລັງງານເກືອບທັງໝົດ ຈະສົ່ງອອກໄປຂາຍຢູ່ ປະເທດ ກໍາປູເຈຍ.

ຫຼັງຈາກໂຄງການໄດ້ດຳເນີນການທົດລອງແລ່ນເຄື່ອງຈັກປັ່ນໄຟຟ້າ ມາແຕ່ວັນທີ 11 ຕຸລາ 2019 ໂຄງການເຂື່ອນໄຟຟ້າດອນສະໂຮງ ເຊິ່ງມີຈຸດທີ່ຕັ້ງຢູ່ ເມືອງ ໂຂງ ແຂວງ ຈຳປາສັກ ມາຮອດມື້ນີ້ ວັນທີ 4 ພະຈິກ 2020 ກໍ່ໄດ້ຈັດພິທີເປີດການຜະລິດໄຟຢ່າງເປັນທາງການ.

ໂຄງການເຂື່ອນໄຟຟ້າດອນສະໂຮງ: ຕັ້ງຢູ່ຫ້ວຍສະໂຮງ ຢູ່ລະຫວ່າງ ດອນສະດຳ ແລະ ດອນສະໂຮງ, ທີ່ເມືອງໂຂງ, ແຂວງຈຳປາສັກ, ຫ່າງຈາກ ນະຄອນ ປາກເຊ ໄປທາງໃຕ້ປະມານ 160 km.

ເລີມເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໃນວັນທີ: 23 ມີນາ 2006 ແລະ ໃນປີ 2008 ໄດ້ເຊັນສັນຍາພັດທະນາໂຄງການ (PDA), ກ່ອນຈະເຊັນສັນຍາສຳປະທານໂຄງການ (CA) ໃນກາງປີ 2015 ໂດຍແມ່ນບໍລິສັດ Mega First Corporation Berhad Consortium (Malaysia) ເປັນຜູ້ໄດ້ຮັບສິດໃນການພັດທະນາ, ລວມກຳລັງຕິດຕັ້ງ 260 MW, ສາມາດຜະລິດພະລັງງານໄດ້ 2.028 GWh/ປີ. ພະລັງງານເກືອບທັງໝົດ ສົ່ງຂາຍໃຫ້ ກຳປູເຈຍ, ໂດຍຜ່ານ ລັດວິສາຫະກິດໄຟຟ້າລາວ. ລວມມູນຄ່າການລົງທຶນທັງໝົດ 520.000.000 (ຫ້າຮ້ອຍຊາວລ້ານ) ໂດລາສະຫະລັດ.

ຂໍ້ມູນ: ສູນຂ່າວສານພະລັງງານ ແລະ ບໍ່ແຮ່