ພັທ ຊື່ວ່າງ ກາລໍ່ ຫົວໜ້າ ປກສ ກຸ່ມວັງຊາຍ ເມືອງໄຊເຊດຖາ ນວ ໄດ້ຕາງໜ້າມອບລົດຈັກ sumerx ສີບົວດໍາ ໝາຍເລກທະບຽນ ຕອ 8787 ກໍາແພງນະຄອນ ທີ່ເກັບກູ້ຄືນໄດ້ຈາກຄົນຮ້າຍລັກໄປ ຄືນໃຫ້ເຈົ້າຂອງເດີມ ໃນຕອນບ່າຍຂອງວັນທີ 03 ພະຈິກ 2020, ຢູ່ຫ້ອງການ ປກສ ກຸ່ມ ວັງຊາຍ ເມືອງໄຊເຊດຖາ ນວ.

ພັທ ຊື່ວ່າງ ກາລໍ່ ໄດ້ໃຫ້ຮູ້ວ່າ: ພາຍຫຼັງໄດ້ຮັບແຈ້ງຄວາມຈາກນາງ ເພັດ ວ່າ: ໃນວັນທີ 23 ຕຸລາ 2020 ເວລາ 12:30 ໂມງ, ໄດ້ມີຄົນຮ້າຍມາລັກເອົາລົດຈັກຂອງຕົນທີ່ຈອດໄວ້ຕໍ່ໜ້າຫ້ອງເຊົ່າ ເຂດບ້ານວັງຊາຍ ເມືອງໄຊເຊດຖາ ຈາກນັ້ນ, ເຈົ້າໜ້າທີ່ພວກເຮົາຈຶ່ງໄດ້ແຕ່ງພະນັກງານວິຊາສະເພາະລົງຕິດຕາມເປົ້າໝາຍ, ມາຮອດວັນທີ 28 ຕຸລາ 2020 ເຫັນຄົນຮ້າຍປະກາດຂາຍລົດຈັກຄັນດັ່ງກ່າວຢູ່ໃນ Facebook ຈຶ່ງໄດ້ປະສານສົມທົບກັບອໍານາດການປົກຄອງບ້ານວັງຊາຍ ເພື່ອຕິດຕາມເປົ້າໝາຍ.

ມາຮອດວັນທີ 28 ຕຸລາ 2020 ເວລາປະມານ 17: 30ໂມງ ເຈົ້າໜ້າທີ່ໄດ້ເຂົ້າກັກຕົວ ທ້າວ ສີວັນ ອາຍຸ 25 ປີ ຢູ່ບ້ານ ນາມອນ ເມືອງແບງ ແຂວງອຸດົມໄຊ (ພັກເຊົາຢູ່ບ້ານໜອງພະຍາ ເມືອງໄຊທານີ ) ຢູ່ຕໍ່ໜ້າຫ້ອງການບ້ານ ດົງປາລານທົ່ງ ເມືອງສີສັດຕະນາກ ພ້ອມຂອງກາງລົດຈັກຄັນດັ່ງກ່າວ ແລະ ສືບຕໍ່ກັກຕົວທ້າວ ສຸລິຍົງ ອາຍຸ 32 ປີ ບ້ານໜອງແຕ່ງເໜືອ ເມືອງສີໂຄດຕະບອງ ຢູ່ເຮືອນຂອງຜູ້ກ່ຽວ ພ້ອມຂອງກາງຢາບ້າຈໍານວນ 8 ເມັດຜູ້ຮ່ວມຂະບວນການຕາມການຊັດທອດ.

ຕໍ່ກັບຜູ້ຖືກຫາທັງ 2 ລາຍນີ້ ເຈົ້າໜ້າທີ່ ປກສ ກຸ່ມວັງຊາຍ ໄດ້ມອບຕົວໃຫ້ພະແນກຕໍາຫຼວດ ປກສ ເມືອງໄຊເຊດຖາ ເປັນຜູ້ດໍາເນີນຄະດີຕາມລະບຽບກົດໝາຍ.

ທ່ານນາງ ເພັດ (ເຈົ້າຂອງລົດ) ໄດ້ສະແດງຄວາມຮູ້ສຶກດີໃຈ ແລະ ຂອບໃຈຕໍ່ເຈົ້າໜ້າທີ່ໆສາມາດເກັບກູ້ລົດຂອງຕົນຄືນມາໄດ້. ຕໍ່ໄປຈະມີສະຕິລະມັດລະວັງຫຼາຍຂຶ້ນກວ່າເກົ່າ ໃນການຮັກສາຊັບສິນຂອງຕົນເອງ ເພື່ອບໍ່ໃຫ້ກາຍເປັນຊ່ອງຫວ່າງໃຫ້ກັບຄົນບໍ່ດີອີກ.

Leave a Reply

Your email address will not be published. Required fields are marked *