ລຸງສົມຄິດ ພົມສຸວັນ ອາຍຸ 61 ປີ ຢູ່ບ້ານ ນາໂສມ ເມືອງພຽງ ແຂວງໄຊຍະບູລີ ພາຍໃນຄອບຄົວມີນໍາກັນ 6 ຄົນ, ມີແຮງງານຕົ້ນຕໍ 2 ແຮງງານ, ເປັນຄອບຄົວກິ້ງເກືອກລີເລືອຢູ່ກັບອາຊີບຊາວນາມາແຕ່ດົນນານ.

ປະຈຸບັນແມ່ນເປັນທີ່ຍອມຮັບຈາກກຸ່ມຊາວນາໃນການຜະລິດແນວພັນເຂົ້າສົ່ງໃຫ້ກຸ່ມຊາວນາຢູ່ພາຍໃນແຂວງ ແລະ ຕ່າງແຂວງ, ປີໜຶ່ງບໍ່ຫຼຸດ 6 ໂຕນ ແລະ ຜະລິດເຂົ້າບໍລິໂພກບໍ່ຫຼຸດ 18 ໂຕນຕໍ່ປີ ສາມາດສ້າງລາຍຮັບໄດ້ທັງໝົດເກືອບ 100 ລ້ານກີບ. ລຸງສົມຄິດ ໄດ້ເວົ້າສູ່ຟັງວ່າ: ໃນເມື່ອກ່ອນຄອບຄົວຂອງລຸງເອງແມ່ນຍຶດຖືອາຊີບປູກຝັງ ໂດຍການເຮັດນາປູກເຂົ້າ ແຕ່ເວລານັ້ນກໍ່ເຮັດແບບປະຖົມປະຖານ, ຕົ້ນທຶນກໍ່ສູງເຖິງ 5 ລ້ານກີບຕໍ່ເຮັກຕາແຕ່ຜົນຜະລິດພັດບໍ່ໄດ້ຕາມແຜນ, ສະມັດຕະພາບໄດ້ພຽງ 3 ໂຕນຕໍ່ເຮັກຕາ.

ມາຮອດປີ 2007 ລຸງຈຶ່ງຫັນຈາກການເຮັດນາແບບປະຖົມປະຖານຫັນມາທົດລອງການປູກເຂົ້າດ້ວຍເຕັກນິກໃໝ່ ເຊັ່ນ: ປູກນາດ້ວຍກ້າກີບດຽວ, ນາຢອດ, ນາຫວ່ານ ແລະ ປັກດໍາດ້ວຍກົນຈັກ ໃນເນຶື້ອທີ່ນາ 0,80 ເຮັກຕາ, ຜົນຜະລິດໄດ້ສູງ ສະເລ່ຍສະມັດຕະພາບ 4,5 ໂຕນຕໍ່ເຮັກຕາ; ຫຼຸດຜ່ອນທັງຕົ້ນທຶນກວ່າເມື່ອກ່ອນ 30%. ຕົກມາປີ 2013 ຄອບຄົວຂອງລຸງ ໄດ້ເຂົ້າເປັນສະມາຊິກກຸ່ມໂຮງຮຽນຊາວນາ ຂອງໂຄງການອານຸລັກ ແລະ ຄຸ້ມຄອງຊີວະນາໆພັນພືດລະດັບຊຸມຊົນ ປະກອບມີ 25 ຄອບຄົວ, ໄດ້ຮຽນຮູ້ການຜະລິດແນວພັນພັນເຂົ້າໃໝ່ ທີ່ເໝາະສົມກັບທ້ອງຖິ່ນ ແລະ ຍັງໄດ້ໄປທັດສະນະສຶກສາຖອດຖອນບົດຮຽນການປູກເຂົ້າ, ການຜະລິດແນວພັນເຂົ້າຢູ່ສູນນາພອກນະຄອນຫຼວງວຽງຈັນ.

ພ້ອມນັ້ນ ທາງຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງພຽງ ໄດ້ນໍາເອົາແນວພັນເຂົ້າສາຍພັນລູກປະສົມຮຸ້ນ 3 ເອັບ ຈໍານວນ 27 ສາຍພັນ ຈາກສູນນາພອກມາໃຫ້ຄອບຄົວລຸງທົດລອງປູກ ຈົນເຖິງ 5 ປີ ຫຼືວ່າເປັນເວລາ 10 ລະດູການ ແຕ່ປີ 2014-2018 ຈຶ່ງໄດ້ຮັບໃບຢັ້ງຢືນເປັນແນວພັນທ້ອງຖິ່ນ ຈາກພະແນກກະສິກໍາ ແລະ ປ່າໄມ້ແຂວງ ໂດຍໃສ່ຊື່ວ່າ: ແນວພັນເຂົ້າເມືອງພຽງ 1 ຊຶ່ງເອົາແນວພັນເຂົ້າເມືອງງາມາປະສົມກັບເຂົ້າທ່າດອກຄໍາ 1.

ຈຸດເດັ່ນຂອງເມັດພັນເຂົ້າບໍ່ເປັນບົ່ວ, ທົນທານຕໍ່ສະພາບແວດລ້ອມໄດ້ດີ, ປູກໄດ້ທັງສອງລະດູ: ນາແຊງ ແລະ ນາປີ ເໝາະສົມກັບດິນທຸກປະເພດ, ຜົນຜະລິດອອກມາຄຸນນະພາບ ອ່ອນ, ກິນແຊບດີ, ໄດ້ເຂົ້າສານຫຼາຍ ກວມເອົາ 60% ຕໍ່ເຂົ້າເປືອກ 100 ກິໂລ, ສະມັດຕະພາບສະເລ່ຍ 4,5 ໂຕນຕໍ່ເຮັກຕາ. ລຸງຍັງໄດ້ເວົ້າຕື່ມວ່າ: ພາຍຫຼັງໄດ້ຮັບຮອງແລ້ວ ກໍ່ໄດ້ສືບຕໍ່ຜະລິດແນວລິດແນວພັນເຂົ້າດັ່ງກ່າວ ແລະ ປູກເຂົ້າບໍລິໂພກຕາມປົກກະຕິ ປີໜຶ່ງໄດ້ຜົນຜະລິດ 20 ກວ່າໂຕນ; ໃນນີ້ຜະລິດແນວພັນເຂົ້າໄດ້ 6-7 ໂຕນ ແລະ ເຂົ້າບໍລິໂພກ 10-15 ໂຕນຕໍ່ປີ ສາມາດຂາຍ ແລະ ສ້າງລາຍຮັບເຂົ້າຄອບຄົວໄດ້ ເກືອບ 100 ລ້ານຕໍ່ປີ ຊຶ່ງແນວພັນແມ່ນຈະໄດ້ສະໜອງໃຫ້ສູນພັດທະນາກະສິກໍາ 30 ເຮັກຕາ ເມືອງພຽງເພື່ອຈໍາໜ່າຍໃຫ້ຊາວກະສິກອນພາຍໃນເມືອງ ຈໍານວນ 4 ໂຕນຕໍ່ປີ ແລະ ອີກຈໍານວນ 2-3 ໂຕນ ແມ່ນຈໍາໜ່າຍໃຫ້ຊາວນາໂດຍກົງ ໃນລາຄາກິໂລລະ 6.000 ກີບ.

ນອກນີ້ຍັງໄດ້ຕອບສະໜອງແນວພັນ ແລະ ເຂົ້າບໍລິໂພກໃຫ້ແກ່ຫຼາຍທ້ອງຖິ່ນ, ຫຼາຍແຂວງ ເຊັ່ນ: ແຂວງຫຼວງພະບາງ, ແຂວງວຽງຈັນ, ແຂວງອຸດົມໄຊ, ສາລະວັນ, ອັດຕະປື ແລະ ສູນນາພອກ ເຫັນວ່າໄດ້ຮັບຜົນສໍາເລັດເປັນຢ່າງດີ

ຂ່າວ: ບຸນທີ.

Leave a Reply

Your email address will not be published. Required fields are marked *