ເມືອງ ໂຂງ ແຂວງ ຈຳປາສັກ ແມ່ນເມືອງໜຶ່ງທີ່ຢູ່ໃຕ້ສຸດຂອງ ສປປ ລາວ, ປະກອບມີ 114 ບ້ານ, ມີ 16.745 ຫຼັງຄາເຮືອນ, ມີ 17.104 ຄອບຄົວ, ມີປະຊາກອນທັງໝົດ 99.424 ຄົນ, ຍິງ 49.969 ຄົນ, ເປັນເມືອງທີ່ມີຊາຍແດນຕິດຈອດກັບ 4 ເມືອງຂອງຣາຊະອານາຈັກກຳປູເຈຍ, ຈຸດພິເສດແມ່ນມີເກາະດອນຄອນນ້ຳຫຼາຍ; ຍ້ອນສະພາບຈຸດພິເສດ ບວກກັບມີຊາຍແດນຕິດຈອດກັບຕ່າງປະເທດ ຈຶ່ງເປັນສາເຫດເຮັດໃຫ້ສັດຕູ ແລະ ກຸ່ມຄົນບໍ່ດີເວລາໃດກໍຍັງພະຍາຍາມສືບຕໍ່ເຄື່ອນໄຫວມ້າງເພທຳລາຍລະບອບໃໝ່ດ້ວຍຫຼາຍຮູບຫຼາຍສີ

ໂດຍພວກເຂົາອາໃສການຊື້ຈ້າງຈອບອອຍ, ສ້າງເງື່ອນໄຂເພື່ອກຳແຫຼ່ງຂ່າວ, ການເຄື່ອນໄຫວຂອງພັກ – ລັດ, ແລ້ວເອົາໄປໂຄສະນາບິດເບືອນໃສ່ຮ້າຍປ້າຍສີ ດ້ວຍສື່ສັງຄົມອອນລາຍຕ່າງໆ; ນອກຈາກນີ້ພວກມັນຍັງໄດ້ກຳເອົາພວກກຸ່ມຄົນບໍ່ດີຊຸກຍູ້ໃຫ້ກໍ່ຄວາມບໍ່ສະຫງົບ ໂດຍສະເພາະແມ່ນບັນຫາຢາເສບຕິດມີທັງເສບ ແລະ ຄ້າ-ຂາຍ, ບັນຫາຂີ້ລັກງັດແງະ, ປຸ້ນຊັບ, ຊິງຊັບ, ອາລະວາດຄອບຄົວ, ທຳຮ້າຍຮ່າງກາຍ, ບັນຫາອຸບັດຕິເຫດ, ການນຳເຂົ້າສິນຄ້າຜິດກົດໝາຍ ແລະ ບັນຫາອື່ນໆ ກໍ່ຍັງເກີດມີ.

ໃນໄລຍະ 9 ເດືອນຜ່ານມາ ເມືອງໂຂງ ມີຄະດີເກີດຂຶ້ນ 75 ລາຍ ໃນນີ້: ຄະດີອາຍາມີ 62 ລາຍ, ທໍາມິດສະຈານ 05 ລາຍ, ກະທໍາສໍາເລົາເດັກ 04 ລາຍ, ລັກຊັບ 28 ລາຍ, ທໍາລາຍຊັບ 04 ລາຍ, ອາລະວາດ 02 ລາຍ, ລ່ວງລໍ້າເຄຫາສະຖານ 01 ລາຍ, ທໍາຮ້າຍຮ່າງກາຍ 06 ລາຍ, ປິດບັງການກະທໍາຜິດ 02 ລາຍ, ຫາປາຜິດກົດໝາຍ 03 ລາຍ, ຊື້-ຂາຍຊັບຜິດກົດໝາຍ 03 ລາຍ, ການປອມແປງເອກະສານ ຫຼື ນໍາໃຊ້ເອກະສານປອມ 01 ລາຍ, ເຮັດໃຫ້ຊັບຂອງຄົນອື່ນຖືກໄຟໃໝ້ດ້ວຍຄວາມບໍ່ລະມັດລະວັງ 01 ລາຍ, ລັກຊັບ ແລະ ສໍ້ໂກງຊັບ 02 ລາຍ.

ໃນຈຳນວນຄະດີທີ່ເກີດຂຶ້ນ ກອງບັນຊາການ ປກສ ເມືອງໂຂງ ກໍຄືພາກສ່ວນວິຊາສະເພາະສາມາດມ້າງໄດ້ 53 ລາຍ , ອາລະວາດ 02 ລາຍ, ລັກຊັບ 20 ລາຍ, ທໍາລາຍຊັບ 04 ລາຍ, ກະທໍາສໍາເລົາເດັກ 04 ລາຍ, ທໍາມິດສະຈານ 03 ລາຍ, ຫາປາຜິດກົດໝາຍ ( ຊ໋ອດປາ ) 03 ລາຍ, ການລ່ວງລະເມີດເຄຫາສະຖານ 01 ລາຍ, ທໍາຮ້າຍຮ່າງກາຍ 06 ລາຍ, ປິດບັງການກະທໍາຜິດ 02 ລາຍ, ການປອມແປງເອກະສານ ຫຼື ນໍາໃຊ້ເອກະສານປອມ 01 ລາຍ, ເຮັດໃຫ້ຊັບຂອງຄົນອື່ນຖືກໄຟໃໝ້ດ້ວຍຄວາມບໍ່ລະມັດລະວັງ 01 ລາຍ, ຊື້-ຂາຍຊັບຜິດກົດໝາຍ 03 ລາຍ, ການຂັດຂວາງການປະຕິບັດງານຂອງເຈົ້າໜ້າທີ່ 01 ລາຍ, ລັກຊັບ ແລະ ສໍ້ໂກງຊັບ 02 ລາຍ.

ຄະດີເສດຖະກິດມີ 13 ລາຍ ໃນນີ້ຍັກຍອກຊັບ 01 ລາຍ, ສໍ້ໂກງຊັບ 05 ລາຍ, ການນໍາເຂົ້າ-ສົ່ງອອກໂດຍບໍ່ຖືກຕ້ອງຕາມກົດໝາຍ 03 ລາຍ, ການເຄື່ອນຍ້າຍໄມ້ໂດຍບໍ່ຖືກຕ້ອງຕາມກົດໝາຍ 02 ລາຍ, ສ້າງບົດບັນທຶກສຶກສາອົບຮົມ 01 ລາຍ ( ເຄື່ອນຍ້າຍສັດ ປະເພດ ໝູ ), ທໍາລາຍປ່າໄມ້ 01 ລາຍ. ໃນຈຳນວນນີ້ສາມາດມ້າງໄດ້ 11 ລາຍ, ຍັກຍອກຊັບ 01 ລາຍ, ສໍ້ໂກງຊັບ 05 ລາຍ, ການນໍາເຂົ້າສົ່ງ-ສົ່ງອອກໂດຍບໍ່ຖືກຕ້ອງຕາມກົດໝາຍ 03 ລາຍ, ການເຄື່ອນຍ້າຍໄມ້ໂດຍບໍ່ຖືກຕ້ອງຕາມກົດໝາຍ 02 ລາຍ.

ວຽກງານຕ້ານ ແລະ ສະກັດກັ້ນການ ຊື້-ຂາຍ ຢາເສບຕິດ ໃນ 09 ເດືອນຜ່ານມາສາມາດມ້າງຄະດີຢາເສບຕິດໄດ້ 61 ລາຍ, ມີ 112 ຄົນ, ຍິງ 06 ຄົນຄື: ຄ້າ-ຂາຍ ຢາເສບຕິດ ( ຢາບ້າ ) 38 ລາຍ, ມີ 52 ຄົນ, ຍິງ 03 ຄົນ, ເສບຢາເສບຕິດ ( ຢາບ້າ ) 22 ລາຍ, ມີ 59 ຄົນ, ຍິງ 03 ຄົນ; ມີຢາເສບຕິດ ( ຢາໄອສ ) ໄວ້ໃນຄອບຄອງ 01 ລາຍ 01 ຄົນ;

ພ້ອມນັ້ນກໍ່ໄດ້ສົມທົບກັບພະແນກເສບຕິດ ປກສ ແຂວງຈໍາປາສັກ ກັກລົດເປົ້າໝາຍໄດ້ 01 ຄັນ ພ້ອມດ້ວຍເຄື່ອງຂອງກາງ ຢາໄອສ ຈໍານວນ 193 ກິໂລກຼາມ ( ສ່ວນເປົ້າໝາຍແມ່ນເອົາຕົວຫຼົບໜີ ), ຢຶດຢາບ້າໄດ້ 30.425 ເມັດ ແລະ ປືນແກັບ 3 ກະບອກ.

Leave a Reply

Your email address will not be published. Required fields are marked *