ທຸລະກິດ: ຮ້ານກາເຟຊື່ດັງຂອງໂລກ Starbucks Coffee ຈະມາເປີດສາຂາ ຢູ່ ສປປ ລາວ. ສໍານັກຂ່າວ Fox Business ລາຍງານ ໃນວັນທີ 2 ພະຈິກ 2020 ນີ້ວ່າ Starbucks ມີແຜນຈະເປີດສາຂາ ຢູ່ ສປປ ລາວ ໃນໄລຍະ ລະດູຮ້ອນ ປີ 2021 ນີ້, ໂດຍເປັນການຮ່ວມມືກັບ ບໍລິສັດ Coffee Concept (Laos) ຊຶ່ງເປັນບໍລິສັດ ຫຸ້ນສ່ວນກັບ ບໍລິສັດ Hongkong-Based Maxim’s Catering Ltd,

ໂດຍການເປີດຮ້ານກາເຟນີ້ ຕອບສະຫນອງໄດ້ ຕາມຄວາມຕ້ອງການ ການດື່ມກາເຟ ທີ່ມີຄຸນນະພາບ ຂອງຄົນລາວ ແລະ ນັກທ່ອງທ່ຽວ ທີ່ເດີນທາງມາ ສປປ ລາວ ຫຼາຍຂຶ້ນ ໃນຊຸມປີຜ່ານມາ, ທັງຍັງຈະເປັນການສ້າງ ວຽກເຮັດງານທໍາ ໃຫ້ຄົນລາວ ຕື່ມອີກ.


Starbucks. ມີແຜນຈະເປີດສາຂາຕື່ມ 10,000 ສາຂາ ໃນບັນດາປະເທດ Asians ລວມ ສປປ ລາວ.

ກົດອ່ານທີ່ມາ

ທ່ານເຄີຍຊີມກາເຟ ສະຕາບັກມາກ່ອນບໍ່?

Leave a Reply

Your email address will not be published. Required fields are marked *