ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ອອກແຈ້ງການ ເລກທີ 1202/ຫສນຍ ລົງວັນທີ 31 ຕຸລາ 2020 . ເພື່ອສືບຕໍ່ມາດຕະການຜ່ອນຜັນ, ມາດຕະການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະແກ້ໄຂ ການລະບາດຂອງ ໂຄວິດ-19 ລະຫວ່າງວັນທີ 1 ພະຈິກ 2020 ຫາ 31 ທັນວາ 2020
ທ່ານພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ຫົວໜ້າກອງເລຂາຄະນະສະເພາະກິດ ກ່ຽວກັບການສືບຕໍ່ປະຕິບັດມາດຕະການຜ່ອນຜັນ, ມາດຕະການໃນກາ
ນປ້ອງກັນ, ຄວບຄຸມ , ສະກັດກັ້ນ ແລະແກ້ໄຂການລະບາດຂອງພະຍາດ ໂຄວິດ19 ຖະແຫລງຕໍ່ສື່ມວນຊົນ ຕອນແລງວັນທີ 1 ພະຈິກ 2020 ທີ່ກະຊວງສາທາລະນະສຸກ ເຖິງມາດຕະການຄວບຄຸມການລະບາດຂອງພະຍາດໂຄວິດ19 ຢູ່ ສປປ ລາວວວ່າ: ເພື່ອສືບຕໍ່ເຂັ້ມງວດ, ປະຕິບັດມາດຕະການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະແກ້ໄຂການລະບາດຂອງພະຍາດໂຄວິດ19, ໄລຍະແຕ່ວັນທີ 1 ພະຈິກ ຫາວັນທີ 31 ທັນວາ 2020 ລັດຖະບານໄດ້ຕົກລົງ: ເຫັນດີສືບຕໍ່ປະຕິບັດບັນດາມາດຕະການຜ່ອນຜັນ, ມາດຕະການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະແກ້ໄຂການລະບາດຂອງພະຍາດໂຄວິດ 19, ຄືກັນກັບມາດຕະການທີ່ໄດ້ປະຕິບັດໃນເດືອນຕຸລາ ຜ່ານມາ ຕາມທີ່ໄດ້ລະບຸໄວ້ ໃນແຈ້ງການຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ສະບັບເລກທີ 1049/ຫສນຍ ລົງວັນທີ 30 ກັນຍາ 2020 ຢ່າງເຂັ້ມງວດ ໃນນັ້ນມາດຕະການທີ່ສືບຕໍ່ປິດມີດັ່ງນີ້:
1/ ສືບຕໍ່ປິດດ່ານປະເພນີ ແລະດ່ານທ້ອງຖິ່ນສໍາລັບການເຂົ້າ-ອອກ ຂອງບຸກຄົນທົ່ວໄປ ແລະການຂົນສົ່ງສິນຄ້າ , ຍົກເວັ້ນບາງດ່ານປະເພນີ ຫລືດ່ານທ້ອງຖິ່ນທີ່ໄດ້ຮັບອານຸຍາດຈາກລັດຖະບານ ໃຫ້ລົດຂົນສົ່ງສິນຄ້າເຂົ້າ-ອອກໄດ້, ສ່ວນດ່ານສາກົນສືບຕໍ່ປິດສໍາລັບການເຂົ້າ-ອອກຂອງບຸກຄົນທົ່ວໄປ, ຍົກເວັ້ນພົນລະເມືອງລາວ, ຊາວຕ່າງປະເທດທີ່ມີຄວາມຈໍາເປັນຮີບດ່ວນໃນການເດີນທາງເຂົ້າ-ອອກ ສປປ ລາວ ທີ່ໄດ້ຮັບອະນຸຍາດຈາກຄະນະສະເພາະກິດ, ສໍາລັບການຂົນສົ່ງສິນຄ້າຜ່ານດ່ານສາກົນແມ່ນສາມາດເຂົ້າ-ອອກໄດ້ປົກກະຕິ.
2/ ສືບຕໍ່ໂຈະການອອກວິຊ້າທ່ອງທ່ຽວ ແລະຢ້ຽມຢາມສໍາລັບບຸກຄົນ ທີ່ເດີນທາງມາຈາກ ຫລື ຜ່ານປະເທດທີ່ມີການລະບາດຂອງພະຍາດໂຄວິດ19, ຍົກເວັ້ນນັກທ່ອງທ່ຽວເປັນກຸ່ມທີ່ໄດ້ຮັບອະນຸຍາດຈາກຄະນະສະເພາະກິດ, ສໍາລັບນັກການທູດ, ພະນັກງານອົງການຈັດຕັ້ງສາກົນ, ຊ່ຽວຊານ, ນັກລົງທຶນ, ນັກທຸລະກິດ ວິຊາການ ແລະແຮງງານຕ່າງປະເທດທີ່ມີຄວາມຈໍາເປັນ ແລະຮີບດ່ວນ ສາມາດເຂົ້າມາປະຕິບັດວຽກງານຢູ່ສະຖານທູດ, ບັນດາກິດຈະການ ແລະໂຄງການຕ່າງໆໄດ້ ແຕ່ຕ້ອງຜ່ານການພິຈາລະນາ ເຫັນດີຈາກຄະນະສະເພາະກິດ, ສ່ວນຂັ້ນຕອນການປະຕິບັດຕົວຈິງ ແມ່ນສືບຕໍ່ໃຫ້ປະຕິບັດຕາມຄໍາແນະນໍາຂອງຄະນະສະເພາະກິດ ສະບັບເລກທີ 2336/ສຄກ ລົງວັນທີ 31 ກໍລະກົດ 2020 ຢ່າງເຂັ້ມງວດ.
ສໍາລັບມາດຕະການທີ່ເຫັນດີໃຫ້ຜ່ອນຜັນເພີ່ມ ແຕ່ວັນທີ 1 ພະຈິກ ຫາ ວັນທີ 31 ທັນວາ 2020 ມີດັ່ງນີ້:
1/ ເຫັນດີໃຫ້ເປີດຮ້ານບັນເທິງ ແລະຄາຣາໂອເກະ ເພື່ອຫລຸດຜ່ອນຜົນກະທົບ ທາງດ້ານການດໍາເນີນທຸລະກິດ ໂດຍໃຫ້ກໍານົດເວລາປິດ ຕາມດໍາລັດວ່າດ້ວຍການບັນເທິງ ສະບັບເລກທີ 315/ລບ , ລົງວັນທີ 02 ຕຸລາ 2017. ແລະປະຕິບັດມາດຕະການປ້ອງກັນການຕິດເຊື້ອ, ການແຜ່ເຊື້ອ ແລະຮັກສາຄວາມສະອາດຢູ່ສະຖານທີ່ຢ່າງເຂັ້ມງວດ.
2/ ເຫັນດີໃຫ້ສືບຕໍ່ປຶກສາຫາລືນະໂຍບາຍຜ່ອນຜັນ ການເດີນທາງເຂົ້າ-ອອກປະເທດ ລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ, ສປປ ລາວ ແລະຍີ່ປຸ່ນ ແລະກັບບັນດາປະເທດອາຊຽນ ທີ່ສະເໜີເຂົ້າມາໃໝ່.
3/ ສະເໜີໃຫ້ກະຊວງປ້ອງກັນປະເທດ, ກະຊວງປ້ອງກັນຄວາມສະຫງົບ ແລະທ້ອງຖິ່ນກ່ຽວຂ້ອງ ເພີ່ມທະວີຕິດຕາມການເຂົ້າ-ອອກ ຕາມດ່ານຊາຍແດນ ເພື່ອຮັບປະກັນການເຂົ້າ-ອອກ ແບບຊະຊາຍ ຫລືມີການລັກລອບເຂົ້າ-ອອກ ບໍ່ຜ່ານດ່ານຊາຍແດນ ເພື່ອຮັບປະກັນບໍ່ໃຫ້ມີຄວາມສ່ຽງ ໃນການນໍາເຊື້ອພະຍາດ ເຂົ້າມາແຜ່ລະບາດຢູ່ໃນປະເທດຂອງພວກເຮົາ.
ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ຫົວໜ້າກອງເລຂາຄະນະສະເພາະກິດ ກ່ຽວກັບການສືບຕໍ່ປະຕິບັດມາດຕະການຜ່ອນຜັນ, ມາດຕະການໃນການປ້ອງກັນ, ຄວບຄຸມ , ສະກັດກັ້ນ ແລະແກ້ໄຂການລະບາດຂອງພະຍາດ ໂຄວິດ19 ໃຫ້ຮູ້ອີກວ່າ: ມາດຕະການໃໝ່ນີ້ໃນພາກປະຕິບັດຕົວຈິງຍັງຈະໄດ້ປະເມີນ, ທົບທວນຄືນ ແລະດັດປັບໃຫ້ເໝາະສົມຕື່ມ ກໍລະນີມີການປ່ຽນແປງ ລັດຖະບານຈະແຈ້ງໃຫ້ຊາບເປັນແຕ່ລະໄລຍະ, ແລະຮຽກຮ້ອງໃຫ້ພົນລະເມືອງລາວທຸກຄົນ ພ້ອມດ້ວຍຊາວຕ່າງດ້າວຜູ້ບໍ່ມີສັນຊາດ, ຊາວຕ່າງປະເທດທີ່ດໍາລົງຊີວິດ ແລະທໍາມາຫາກິນຢູ່ ສປປ ລາວ ທຸກຖ້ວນໜ້າ ຈົ່ງເຊີດຊູຄວາມເປັນຂອງປະເທດຊາດ , ສາມັກຄີເປັນຈິດໜຶ່ງໃຈດຽວກັນ ສືບຕໍ່, ຕັ້ງໜ້າ ເຂົ້າຮ່ວມປະຕິບັດບັນດາມາດຕະການ, ນິຕິກໍາທີ່ວາງອອກ ເພື່ອເຮັດໃຫ້ການປ້ອງກັນ, ຄວບຄຸມ ແລະແກ້ໄຂການລະບາດຂອງພະຍາດໂຄວິດ19 ໃນປະເທດເຮົາໃຫ້ໄດ້ຮັບຜົນດີ .
ປະຈຸບັນລັດຖະບານ ສປປ ລາວ ພວມພິຈາລະນາຂໍ້ສະເໜີຂອງອິນໂດເນເຊຍ ທີ່ຕາງໜ້າໃຫ້ປະເທດສະມາຊິກອາຊຽນ ໄດ້ສະເໜີໃຫ້ພິຈາະນາຊ່ອງທາງພິເສດ ເພື່ອໃຫ້ອາຊຽນສາມາດໄປມາຫາສູ່ກັນ, ການພົວພັນ, ການດໍາເນີນທຸລະກິດ ແລະບັນຫາອື່ນໆພາຍໃນອາຊຽນເພື່ອໃຫ້ຊຸກຍູ້ເຊິ່ງກັນແລະກັນ ແລະເພື່ອບໍ່ໃຫ້ຢຸດສະງັກຢູບ່ອນເກົ່າ, ຄາດວ່າຈະໄດ້ດໍາເນີນງານຮ່ວມກັບປະເທດອາຊຽນທີ່ບໍ່ມີການລະບາດກ່ອນ.

.

ກົດຊົມການຖະແຫຼງຂ່າວ
ແຊບອກຕໍ່ໆກັນແດ່ເດີ