ນະຄອນ ຫຼວງພະບາງ: ໃນຕອນເຊົ້າ ວັນທີ 31 ຕຸລາ 2020 ມື້ວັນເສົາ ສິນ ຂຶ້ນ 15 ຄໍ່າ ເດືອນ 12, ທີ່ເດີ່ນ ວັດທາດຫຼວງ, ນະຄອນ ຫຼວງພະບາງ, ແຂວງ ຫຼວງພະບາງ. ໄດ້ມີພິທີເຮັດບຸນ ໃສ່ບາດ ຕາມຂະນົບທໍານຽມທີ່ປະຕິບັດກັນມາ.

ວັດທາດຫຼວງ ນະຄອນ ຫຼວງພະບາງ ເປັນວັດເກົ່າແກ່ ແລະ ມີປະເພນີສືບທອດກັນມາດົນນານ, ໂດຍສະເພາະ ໃນສະໄໝ ອານາຈັກ ລາວລ້ານຊ້າງ. ວັດນີ້ ຍັງມີ ການສ້າງທາດ ບັນຈຸ ອົງຄະທາດ ຂອງເຈົ້າຊີວິດລາວ ໃນເມື່ອກ່ອນ.

ທາດດໍາ ທີ່ມີຄວາມສວຍງາມ ແລະ ສີລະປະແບບລາວແທ້ ຍັງມີຄວາມສັກສິດ ທີ່ປະຊາຊົນ ຊາວບ້ານທາດຫຼວງ ໃຫ້ຄວາມເຄົາລົບບູຊາ.

ຜູ່ເຖົ້າຜູ່ແກ່ ເລົ່າສູ່ຟັງວ່າ: ” ເມື່ອຍາມຄົນໃນຄອບຄົວ ຍາດພີ່ນ້ອງ ມີເຄາະມີໄພ ຫຼື ຈະເດີນທາງ, ຜູ່ເຖົ້າຜູ່ແກ່ ມັກຈະມາຂໍ ມາບົນ ເພື່ອໃຫ້ຄົນ ເຈັບປອດໄພ ຫຼື ໃຫ້ເດີນທາງປອດໄພ”

ພິທີໃສ່ບາດ ທີ່ວັດທາດຫຼວງ ນະຄອນ ຫຼວງພະບາງ ຈະຍຶດຖືແບບຮີດເກົ່າຄອງເດີມ, ໂດຍທີ່ ປະຊາຊົນ ທົ່ວແຂວງຫຼວງພະບາງ ຈະພາກັນນັ່ງອ້ອມເດີ່ນວັດ, ສ່ວນພຣະສົງທີ່ມາຈາກຫຼາຍໆວັດ ຈະເຕົ້າໂຮມແລະ ຍ່າງບິນທະບາດ. ເນື່ອງຈາກປະຈຸບັນມີ ຄົນມາຫຼາຍ ການບິນທະບາດຈິ່ງແບ່ງເປັນຫຼາຍສາຍເພື່ອໃຫ້ສາມາດ ໃຫ້ປະຊາຊົນໄດ້ເຮັດບຸນທົ່ວເຖິງກັນ ແລະ ບໍ່ໃຫ້ໃຊ້ເວລາດົນ.

ຈະແຕກຕ່າງຈາກທ້ອງຖິ່ນອື່ນ ທີ່ພຣະສົງຈະປະ ບາດໄວ້ ແລ້ວ ປະຊາຊົນພາກັນຍ່າງໄປໃສ່ບາດ. ເພາະຕາມປະເພນີດັ່ງເດີມ ພຣະສົງຕ້ອງໄດ້ຍ່າງໄປຮັບເອົາຂອງທານ. ດັ່ງນັ້ນ, ທີ່ ຫຼວງພະບາງ ຈິ່ງຖືກັນຢ່າງເຄັ່ງຄັດ.

ບຸນທາດຫຼວງ ທີ່ ນະຄອນ ຫຼວງພະບາງ ກໍ່ມີຄວາມຄ້າຍຄື ບຸນນະມັດສະການ ພະທາດຫລວງວຽງຈັນ ທີ່ນະຄອນຫຼວງວຽງຈັນ. ຈະມີການຄົບງັນຢ່າງໜ້ອຍ ສາມມື້ສາມຄືນ. ແລະ ຄືນສຸດທ້າຍ ຈະມີການວຽນທຽນ ໃນຄືນວັນສິນຂຶ້ນ 15 ຄໍ່າເດືອນ 12 ລາວ.

.

ຂອບໃຈພາບງາມໆຈາກ: ອາຈານ ບຸນທັນ

Leave a Reply

Your email address will not be published. Required fields are marked *