ແຂວງ ສະຫວັນນະເຂດ ກູ້ໄພແຂວງສະຫວັນນະເຂດ ລາຍງານໃຫ້ຮູ້ວ່າ ວັນທີ 30/10/2020 ເວລາ 23:45 ນາທີ ໜ່ວຍກູ້ໄພ ສະຫວັນນະເຂດ ໄດ້ຮັບແຈ້ງເຫດວ່າ ມີອຸບັດຕິເຫດ ລົດໃຫ່ຍເສຍຫລັກເຂົ້າຕຳເຮືອນປະຊາຊົນ

ຈຸດເກີດເຫດແມ່ນ ເຂດເສັ້ນທາງ 3ແຍກ ບ້ານ ສອນໄຊ ກະບອງໃຫ່ຍ, ນະຄອນ ໄກສອນພົມວິຫານ, ແຂວງ ສະຫວັນນະເຂດ.

ໃນຈຸດເກີດເຫດພາຍໃນລົດທີ່ຕຳເຂົ້າເຮືອປະຊາຊົນແມ່ນໄດ້ມີຄົນຂີ່ມາທັງໝົດ 3 ຄົນລວມທັງໂຊເຟີ້ ມີພຽງຄວາມບາດເຈັບເລັກໜ້ອຍ ທາງອາສາກູ້ໄພ ພວກເຮົາໄດ້ດຳເນີນການຊ່ວຍເຫຼືອປະຖົມພະຍາບານຂັ້ນຕົ້ນ ແລ້ວນຳສົ່ງໂຮງຫມໍ ແຂວງ ສະຫວັນນະເຂດ

ຂໍ້ມູນເບື້ອງຕົ້ນແມ່ນເມົາແລ້ວຂັບ

ສ່ວນຄວາມເສຍຫາຍພາຍໃນຈຸດເກີດເຫດມີຄື
1 ຫຼັກວົງວຽນກະບອງ, 2 ເຫລັກເສັ້ນແຜ່ນກັ້ນທາງ, 3 ເຮືອນ ແລະ ຮ້ານ ເອງຊັບສີນ, 4 ລົດເກັງແຄມເມີລີ້1ຄັນ, 5 ລົດກະຜູ່ຕຳ 1 ຄັນ, 6 ຊັບສີນເປັນໂຖດອກໄມ້ ແລະ ຕົ້ນໄມ້ພາຍໃນເຮືອນ

ສ່ວນລາຍລະອຽດຂໍ້ມູນສຳເນົາຄະດີ ທາງເຈົ້າໜັ້າທີ່ຕຳຫລວດຈາລະຈອນເມືອງນະຄອນໄກສອນເປັນຜູ້ເກັບກຳລາຍລະອຽດ

.

.

.

.

.

ອຸບັດຕິເຫດ, ເຈັບປ່ວຍແຈ້ງເຫດສຸກເສີນ, ສາຍດ່ວນ (041) 1629 , ໂທຟຮີທຸກເຄື່ອຂ່າຍ, ສາຍຕົງ : 020 28285454 ຮັບໃຊ້ຕະຫຼອດ 24 ຊົ່ວໂມງ :
ໜ່ວຍກູ້ໄພ ສະຫວັນນະເຂດ Savannakhet Rescue1629
ຖ້າທ່ານໃດຕ້ອງການຢາກເປັນສ່ວນໜື່ງໃນການປະກອບຊຸກຍູ້ຊ່ວຍເຫຼືອສັງຄົມຜ່ານໜ່ວຍງານພວກເຮົາໃນການບໍລິຈາກອຸປະຖຳຕ່າງໆເຊັ່ນ :
- ເຂົ້າສານ,ອາຫານການກີນ, ເຄື່ອງອຸປະໂພກບໍລິໂພກ,
- ຫີບສົບ ໂລງສົບ, ຜ້າຂາວ,ຜ້າຍາງມ້ຽນສົບຜູ້ເສຍຊີວິດ
- ອຸປະກອນການແພດຕ່າງໆ
- ອຸປະກອນກູ້ໄພ ລົດຍານພາຫະນະສຸກເສີນ
- ນ້ຳມັນລົດອອກເຫດ
ສາມາດເຂົ້າມາໄດ້ພົວພັນທີ່: ສູນສັງການກູ້ໄພ ສະຫວັນນະເຂດ ສະຖານທີ່ : ບ້ານ ສອນໄຊ, ນະຄອນ ໄກສອນພົມວິຫານ ແຂວງ ສະຫວັນນະເຂດ
ຕິດຕໍ່ສອບຖາມ: 020 28285454
