ນະຄອນຫຼວງວຽງຈັນ: ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດຊຸດທີ VIII ໃນຕອນເຊົ້າວັນນີ້ 30 ຕຸລາ 2020, ໄດ້ພິຈາລະນາຕາມການສະເໜີຂອງນາຍົກລັດຖະມົນຕີ ກ່ຽວກັບການຍົກຍ້າຍ ແລະ ການແຕ່ງຕັ້ງບຸກຄະລາກອນຂັ້ນສູງຂອງລັດ.” ດັ່ງນີ້

  • ຍົກຍ້າຍ ທ່ານ ລຽນ ທີແກ້ວ ລັດຖະມົນຕີກະຊວງກະສິກໍາແລະ ປ່າໄມ້ ໄປຮັບໜ້າທີ່ໃໝ່ ເປັນລັດຖະມົນຕີປະຈໍາສໍາງານນາຍົກລັດຖະມົນຕີ,
ທ່ານ ລຽນ ທີແກ້ວ
  • ຍົກຍ້າຍ ທ່ານ ເພັດ ພົມພິພັກ ລັດຖະມົນຕີປະຈໍາສໍານັກງານນາຍົກລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມັນຕີ ໄປຮັບໜ້າທີ່ໃໝ່ເປັນລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້,
ທ່ານ ເພັດ ພົມພິພັກ
  • ແຕ່ງຕັ້ງ ທ່ານ ຄໍາເຈນ ວົງໂພສີ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໄປຮັບໜ້າທີ່ເປັນ ລັດຖະມົນຕີປະຈໍາສໍານັກງານນາຍົກລັດຖະມົນຕີ, ຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ
ທ່ານ ຄໍາເຈນ ວົງໂພສີ
  • ແຕ່ງຕັ້ງ ທ່ານ ທອງຈັນ ມະນີໄຊ ຮອງລັດຖະມົນຕີກະຊວງພາຍໃນ ຂຶ້ນເປັນລັດຖະມົນກະຊວງພາຍໃນ.
ທ່ານ ທອງຈັນ ມະນີໄຊ

ພາຍຫລັງຜ່ານການພິຈະລະນາຢ່າງຖີ່ຖ້ວນ ແລະ ກົງໄປກົງມາຕາມຊີວະປະຫວັດ, ວຸທິການສຶກສາ ແລະ ການເຄື່ອນວຽກງານຕົວຈິງຂອງບັນດາທ່ານ ທີ່ໄດ້ຖືກສະເໜີຍົກຍ້າຍ ແລະ ແຕ່ງຕັ້ງຄືດັ່ງກ່າວແລ້ວ, ສສຊ ກໍໄດ້ພ້ອມກັນລົງຄະແນນສຽງຮັບຮອງເອົາດ້ວຍຄະແນນສຽງສ່ວນຫລາຍ.

Leave a Reply

Your email address will not be published. Required fields are marked *