ໃນວັນທີ 28 ຕຸລາ 2020ນີ້, ທ່ານ ບຸນລົບ ໂຄດຫລັກຄຳ ຫົວໜ້າພະແນກແຮງງານ ແລະສະຫວັດດີການສັງຄົມ ແຂວງສະຫວັນນະເຂດ ໄດ້ເປີີດເຜີຍຂໍ້ມູນກ່ຽວກັບໄພ ພິບັດນ້ຳຖ້ວມ ຢູ່ຫລາຍເມືອງໃນໄລຍະປີ 2020 ເຊິ່ງໄດ້ສົ່ງຜົນກະທົບທີ່ຢູ່ອາໄສ ຂອງປະຊາຊົນ 168 ບ້ານ, ມີ 10.055 ຫລັງຄາ, ມີ 11.180 ຄອບຄົວ, ພົນລະເມືອງ 61.676 ຄົນ.

ສຳລັບບ້ານທີ່ໄດ້ມີການອົບພະຍົກຄົນໄປຢູ່ສະຖານ ທີ່ປອດໄພ ຢູ່ເຮືອນພີ່ນ້ອງ, ສູນພັກຊົ່ວຄາວ, ຕາມໂຮງຮຽນທີ່ທາງ ຄະນະກຳມະການຕ້ານໄພພິບັດຈັດໃຫ້ຊົ່ວຄາວ 56 ຈຸດ ໃນ 6 ເມືອງຄື: ເມືອງສອງຄອນ, ຈຳພອນ, ຊົນນະບູລີ, ທ່າປາງທອງ, ພີນ ແລະ ເມືອງເຊໂປນ ຈຳນວນ 79 ບ້ານ ມີຈຳນວນ 7.118 ຄອບຄົວ, ມີຈຳນວນພົນ 42.476 ຄົນ ຍິງ 19.972 ຄົນ. ໄພນ້ຳຖ້ວມປີນີ້ ມີເຮືອນເປ່ເພ 118 ຫລັງ (109 ຫຼັງຢູ່ບ້ານແກ້ງຫົວປາ ຄຸ້ມວັງຄົດ ຖືກນ້ຳໄຫລພັດເສຍຫາຍໝົດ), ເລົ້າເຂົ້າຖືກຖ້ວມເສຍຫາຍ 144 ຫລຫງ, ຖ້ວມວັດ 21 ແຫ່ງ, ຕະຫລາດ 1 ແຫ່ງ ແລະ ເຮືອເສຍ ຫາຍ 46 ລຳ, ເສຍຊີວິດ 2 ຄົນ. ພາຫະນະປະເພດລົດຈັກ 80 ຄັນ ແລະລົດໄຖນາ 5 ຄັນ, ມູນຄ່າການເສຍຫາຍທັງ ໝົດຍັງບໍ່ທັນສາມາດສະຫລຸບລວມໄດ້.

ຜົນກະທົບຕໍ່ການຜະລິດ, ເນື້ອທີ່ນາປີຂອງປະຊາຊົນມີຈຳນວນ 441 ບ້ານ, ມີ 43.246 ຄອບຄົວ, ຈຳ ນວນພົນລວມ 175.611 ຄົນ, ພື້ນທີ່ປັກດຳຕົວຈິງ 189.067 ເຮັກ ຕາ ຖືກນ້ຳຖ້ວມ 29.590 ເຮັກຕາ, ເທົ່າກັບ 15.65% ທຽບໃສ່ພື້ນທີ່ປັກດຳຕົວຈິງ, ຄາດຄະເນຜົນເສຍຫາຍ 23.852 ເຮັກຕາ, ເທົ່າກັບ 80,51%; ນອກຈາກນີ້ ຍັງມີໄມ້ອຸດສາຫະກຳ 6.799 ຕົ້ນ, ສວນ ແລະພືດຜັກຕ່າງໆເປັນຈຳນວນ 607 ເຮັກຕາ. ມີໜອງປາລວມໝູ່ ແລະ ຂອງປະຊາຊົນ 2.575 ໜອງ ຖືກຖ້ວມ ແລະຍັງມີສັດລ້ຽງຂອງປະຊາຊົນຕາຍ ແລະສູນຫາຍ ຈຳນວນ 3.476 ໂຕຄື: ຄວາຍ 95 ໂຕ, ງົວ 147 ໂຕ, ແບ້ 168 ໂຕ, ໝູ 502 ໂຕ ແລະ ສັດປີກເປັນຈຳນວນ 2.564 ໂຕ.

ສຳລັບ ລະບົບຊົນລະປະທານຖືກຖ້ວມຈຳນວນ 53 ໂຄງການ, ອ່າງເກັບນ້ຳ 15 ແຫ່ງ, ປະຕູນ້ຳ 5 ແຫ່ງ ແລະຖ້ວມສະຖານີຈັກສູບນ້ຳຄອງເໝືອງ 11 ແຫ່ງ ລວມມູນຄ່າເສຍຫາຍ 141.496 ລ້ານກີບ ໃນນັ້ນມີດ້ານປູກຝັງ 137.818 ລ້ານກີບ, ດ້ານການລ້ຽງສັດ 3.679 ລ້ານກີບ ສ່ວນດ້ານຊົນລະປະທານ ລໍຖ້າການປະເມີນ. ຜົນກະທົບດ້ານໂຍທາທິການ ແລະຂົນສົ່ງ ມີເສັ້ນທາງຖືກຜົນກະທົບເສຍຫາຍ 74 ເສັ້ນ, ຂົວ 13 ແຫ່ງໃນ 8 ເມືອງ ທີ່ສົ້ນຂົວມີການຍຸບຕົວລົງຢູ່ຕາມເສັ້ນທາງຫລວງ, ເສັ້ນທາງທ້ອງ ຖິ່ນ ເປ່ເພ ແລະຕັດຂາດ ເຮັດໃຫ້ການຄົມມະນາຄົມພົບຄວາມຫຍຸ້ງຍາກເສັ້ນທາງທີ່ຖືກນ້ຳຖ້ວມໜ້າທາງ 67 ຈຸດ, ນ້ຳເຊາະເຈື່ອນໜ້າທາງ 8 ຈຸດ, ມີດິນເຈື່ອນຕັນທາງ 24 ຈຸດ, ໜ້າທາງຊຸດຕົວລົງ 15 ຈຸດ, ຂົວເປ່ເພ 12 ແຫ່ງ.
