ຕາມການລາຍງານຂອງເຈົ້າໜ້າທີ່ ໜ່ວຍງານ ສະກັດກັ້ນ ແລະ ຕ້ານອັກຄີໄພ ໃນວັນທີ 27 ຕຸລາ 2020ວ່າ:ໄດ້ຮັບແຈ້ງການຈາກພົນລະເມືອງດີໃນເວລາ 1 ໂມງ 35 ນາທີ ຂອງວັນທີ 24 ຕຸລາ 2020 ເກີດເຫດອັກຄີໄພ (ໄຟໄໝ້ເຮືອນ) ຢູ່ບ້ານ ນອງວິໄລ ເມືອງນອງ ແຂວງສະຫວັນນເຂດ, ປະເພດເຮືອນແມ່ນເປັນເຮືອນໄມ້ຊັ້ນດຽວ,ແອ້ມດ້ວຍແປ້ນ, ມຸງດ້ວຍສັງກະສີ, ລວງຍາວຂອງເຮືອນ 18ແມັດ, ກວ້າງ 6ແມັດ, ສູງ6,20ແມັດ,ເຊິ່ງເປັນເຮືອນຂອງ ທ້າວ ຈັນລະຄອນ ພິມມະເສນ ອາຍຸ 32 ປີ, ອາຊີບ ພະນັກງານ, ເຮືອນໜ່ວຍທີ 6, ບ້ານ ນອງວິໄລ ເມືອງນອງ ແຂວງສະຫວັນນະເຂດ.

ຈາກການບອກເຫຼົ່າຂອງປະຊາຊົນຜູ້ທີ່ເຫັນເຫດການກ່າວວ່າ: ໃນຂະນະທີ່ຄົນໃນເຮືອນໃກ້ຄຽງຕ່າງກໍ່ເຮັກວຽກກິດຈະກຳປະຈຳວັນຢູ່ເຮືອນຂອງໃຜລາວ ສ່ວນເຈົ້າຂອງເຮືອນແມ່ນໄດ້ອອກໄປກ່ຽວເຂົ້າຕັ້ງແຕ່ເຊົ້າ ເນື່ອງຈາກຳພພິບັດນ້ຳຖ້ວມໄດ້ຢຸດເຊົາລົງ, ທາງຄອບຄົວຈຶ່ງຍາດແຍ່ງເວລາອອກໄປກ່ຽວເຂົ້າ ແລະ ໃນເວລາຕໍ່ມາ ປະຊາຊົນໄດ້ກິ່ນຄວັນຈຶ່ງຍ່າງອອກມາເບິ່ງກໍ່ເລີຍໄດ້ເຫັນໄຟລຸກໄໝ້ ແລະ ລາມໄປທົ່ວເຮືອນ ເມື່ອເຫັນແນວນັ້ນປະຊາຊົນໃກ້ຄຽງໄດ້ຮ້ອງ ແລະ ພາກັນຊ່ວຍຂົນນ້ຳມອດໄຟແຕ່ກໍ່ບໍ່ໄດ້ຜົນຫຍັງ,ເນື່ອງຈາກໄຟໄດ້ລຸກລາມແຮງບວກກັບເຮືອນເປັນເຮືອນໄມ້ຈຶ່ງລຸກລາມໄໝ້ໄດ້ງ່າຍ

ແຕ່ທີ່ໜ້າເສົ້າສະຫຼົດໃຈໄປກວ່ານັ້ນໄດ້ຮູ້ວ່າມີເຈົ້າຂອງເຮືອນຄົນ1 ຊື່ນາງ ຜ່ອນ ອາຍຸ 90ປີ ຕິດຢູ່ໃນເຮືອນ, ເຮັດໃຫ້ໄຟເຜົາໄໝ້ ແລະເສຍຊີວິດຄາທີ່, ເຂົ້າຂອງເຄື່ອງໃຊ້ຕ່າງໆແມ່ນຖືກໄຟໄໝ້ເປັນເຖົ່າຖ່ານຈົນໝົດກ້ຽງ, ເຈົ້າຂອງເຮືອນເຫຼືອແຕ່ເຄື່ອງຂອງຄາຄີງ ເຊິ່ງຈຳນວນຄົນໃນເຮືອນທັງໝົດ 8 ຄົນ, ຍິງ 3. ສາເຫດທີ່ພາໃຫ້ເກີດອັກຄີໄພ, ໄຟໄໝ້ຄັ້ງນີ້ແມ່ນເກີດມາຈາກໄຟຟ້າລັດວົງຈອນ, ເຊິ່ງລວມມູນຄ່າຄວາມເສຍຫາຍຈາກໄຟໄໝ້ທັງໝົດ 91.837.000ກີບ.

ນັກຂ່າວເມືອງນອງ