ລາຍງານຈາກ ລັດວິສາຫະກິດ ໄຟຟ້າລາວ ສາຂາອັດຕະປື ໃຫ້ຮູ້ວ່າ ໃນວັນທີ 28 ຕຸລາ 2020 ໄດ້ເກີດມີພາຍຸລະດູຮ້ອນ ຝົນຕົກຫນັກ ແລະລົມແຮງພັດຜ່ານແຂວງພາກໃຕ້ (ພາຍຸໂມລາເວ) ໄດ້ເຮັດໃຫ້ ຕົ້ນໄມ້ລົ້ມທັບສາຍຕາຂ່າຍ 22kV ແລະ 0.4kV ຂາດ, ເຊີ່ງເຮັດໃຫ້ບໍ່ສາມາດສົ່ງໄຟໄດ້ ໃນບາງຈຸດຂອງແຂວງອັດຕະປື ແລະ ເມືອງອ້ອມຂ້າງ.

ພະນັກງານ-ກຳມະກອນ ພະແນກເຕັກນິກ-ຕ່າຂ່າຍໄດ້ສົມທົບກັບບັນດາສູນບໍລິການໄຟຟ້າເມືອງເລັ່ງສ້ອມແປງສຳເລັດໄດ້ຫລາຍຈຸດແລ້ວ, ດັ່ງນັ້ນ ຈຶ່ງຂໍອະໄພໃນຄວາມບໍ່ສະດວກດ້ວຍ.

ສ່ວນມູນຄ່າຄວາມເສຍຫາຍຍັງຢູ່ໃນການກວດສອບ.
ລາຍງານໂດຍ: ລັດວິສາຫະກິດໄຟຟ້າລາວ ສາຂາແຂວງອັດຕະປື

.

.

.

.

.

.

.

.

.
