ຂ່າວດ່ວນ! ເສັ້ນທາງລະຫວ່າງ ບ້ານນາແປ – ດ່ານສາກົນນ້ຳພາວ ເມືອງຄຳເກີດ, ແຂວງບໍລິຄຳໄຊ
ວັນທີ 29/10/2020 ເວລາ 10:15 ນາທີ.

ແຫລ່ງຂ່າວ ຖວທ ເມືອງຄຳເກີດລະບຸວ່າ: ໃນວັນທີ 29 ຕຸລາ 2020 ທ່ານ ເພັດສະໃໝ ໄຊຍະທິຈັກ ເຈົ້າເມືອງຄຳເກີດ ແຂວງບໍລິຄຳໄຊ ໄດ້ນຳໃຊ້ເຮືອ 2 ລຳ ນຳພາຄະນະ ແລະ ກຳລັງ ປກຊ-ປກສ ໄປຊ່ວຍພໍ່ແມ່ປະຊາຊົນບ້ານທົ່ງແປ ທີ່ກຳລັງເກັບກ່ຽວເຂົ້ານາປີ ເສັ້ນທາງລະ ຫວ່າງ ທົ່ງແປ ຫາ ດ່ານສາກົນນ້ຳພ້າວ ເພາະມີນ້ຳຖ້ວນ ແລະ ດິນເຈື່ອນບາງຈຸດ ເຮັດໃຫ້ການສັນຈອນບໍ່ສາມາດໄປໄດ້. ຍ້ອນພາຍຸໄຕ້ຝຸ່ນ ໂມລາເວ ໄດ້ເຄື່ອນຕົວເຂົ້າມາແຕ່ວັນທີ 28-29 ຕຸລາ 2020 ຊຶ່ງພາຍຸລູກນີ້ມາແຮງກວ່າພາຍຸລູກຜ່ານມາ ມັນໄດ້ສ້າງຜົນກະທົບຕໍ່ ເສັ້ນທາງ, ເນື້ອທີ່ສວນ, ເນື້ອທີ່ນາ ແລະ ອື່ນໆຂອງປະຊາຊົນ.

ສະພາບນ້ຳຖ້ວມ ແມ່ນໄດ້ເອົາເນື້ອທີ່ເຂົ້ານາປີ ຂອງປະຊາຊົນທີ່ພວມສຸກ ແລະ ພວມຈະເກັບກ່ຽວ ດ້ວຍກະແສນ້ຳທີ່ໄຫລແຮງ ໄດ້ພັດເອົາກໍເຂົ້າ, ສວນກ້ວຍ, ມັນຕົ້ນຖືກນ້ຳຖ້ວມຂັງ, ໃນຂະນະທີ່ ເສັ້ນທາງດັ່ງກ່າວກຳລັງໄດ້ຮັບການສ້ອມແປງຢູ່ໃນປັດຈຸບັນ.

ຄລິບ 1

ຄລິບ 2

ຄລິບ 3

ຄລິບ 4

ລາຍງານໂດຍ: ສະຫາຍ ແວວວິໄລ ໄຊມະນີ

Leave a Reply

Your email address will not be published. Required fields are marked *