ຫຼວງພະບາງ: ລາຍງານຈາກ 1625 ຫຼວງພະບາງ ໃຫ້ຮູ້ວ່າ ໃນວັນທີ່ 28 ຕຸລາ 2020 ເວລາ 16:37ນາທີ ໄດ້ຮັບແຈ້ງຈາກປະຊາຊົນຜ່ານເບີ 071 1625 ວ່າມີ ອຸບັດຕິເຫດຂັບຂີ່ລົດ 12 ລໍ້ ປີ້ນລົງຂ້າງທາງບ້ານ ໂພນງາມ ນະຄອນ ຫລວງພະບາງ, ແຂວງຫຼວງພະບາງ.

ຫນ່ວຍກູ້ຊີບອົງການກາແດງລາວກວດສອບພົບຜູ່ບາດເຈັບເພດຊາຍ 2 ຄົນ ອາການບາດເຈັບເບື້ອງຕົ້ນຄື: ຜູ່ທີ 1 ແມ່ນມີບາດແຜຈີກຢູ່ຫົວແລະເຈັບບ່າໄຫລ່ເບື້ອງຊ້າຍ. ຜູ່ທີ 2 ມີບາດແຜເລີ້ນຢູ່ຄາງແລະຫົວເຂົ່າ.

ດັ່ງນັ້ນຫນ່ວຍກູ້ຊີບອົງການກາແດງລາວຫຼວງພະບາງຈຶ່ງໄດ້ທຳການປະຖົມພະຍາບານເບື້ອງຕົ້ນແລ້ວນຳສົ່ງໂຮງໝໍບໍລິເວນ 107 ສ່ວນຜູ້ທີ່ 2 ແມ່ນບໍ່ປະສົງໄປໂຮງຫມໍ.

ພົບເຫັນອຸບັດຕິເຫດ,ເຈັບ- ປ່ວຍ ສຸກເສີນໂທແຈ້ງ ☎️071 1625 ; 030 9211625. ບໍລິການຟີຣ ຕະຫຼອດ24 ຊົ່ວໂມງ.🚑

ທ່ານໃດຢາກຊ່ວຍເຫລືອຫນ່ວຍງານ ສາມາດບໍລິຈາກເຄື່ອງອຸປະຖຳຕ່າງໆເຊັ່ນ: ເຂົ້າສານ,ອາຫານການກິນ,ນ້ຳມັນລົດ ຫລື ອຸປະກອນການແພດຕ່າງໆສາມາດຕິດຕໍ່ເຂົ້າເບີ 0309211625

Leave a Reply

Your email address will not be published. Required fields are marked *