ລັດຖະບານ: ໃນໂອກາດລາຍງານຕໍ່ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII ໃນວັນທີ 27 ຕຸລາ 2020 ນີ້ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໃຫ້ຮູ້ວ່າ:

ລັດຖະບານເຫັນໄດ້ສະພາບໜີ້ສິນສາ ທາລະນະຂອງປະເທດໃນປັດຈຸບັນມີຄວາມໜັກໜ່ວງ ແລະ ກາຍເປັນຄວາມສ່ຽງຕໍ່ຄວາມໝັ້ນຄົງທາງດ້ານເສດ ຖະກິດຂອງປະເທດ,

ສະນັ້ນ ຈຶ່ງມີແຜນແກ້ໄຂເປັນສະ ເພາະໜ້າ (ໄລຍະກາງ ແລະ ຍາວນານຢ່າງຊັດ ເຈນ) ໂດຍພະຍາຍາມຫຼຸດການຂາດດຸນງົບປະມານລົງໃນແຕ່ລະປີ, ໄດ້ແຍກການຄຸ້ມຄອງໜີ້ສິນອອກມາຄຸ້ມຄອງສະເພາະໂດຍຢຸດຕິການກູ້ຢືມຈາກຕ່າງປະເທດມາດຸ່ນດຽງລາຍ ຈ່າຍງົບປະມານປົກກະຕິ, ການກູ້ຢືມຈາກຕ່າງປະເທດສາ ມາດກູ້ຢືມໄດ້ສະເພາະເພື່ອ ມາຊໍາລະຕົ້ນທຶນເງິນກູ້ຕ່າງປະເທດທີ່ຄົບກໍານົດເທົ່ານັ້ນ. ມາຮອດປັດຈຸບັນລັດຖະ ບານຍັງສາມາດຊໍາລະຢູ່ໃນເກນປົກກະຕິຂອງໜີ້ຕ່າງປະ ເທດ.

ທ່ານ ທອງລຸນ ສີສຸລິດ ໃຫ້ຮູ້ຕື່ມວ່າ: ສໍາລັບການແກ້ໄຂໜີ້ສິນໂຄງການລົງທຶນຂອງລັດ, ລັດຖະບານໄດ້ເອົາໃຈໃສ່ແກ້ໄຂໃນພາກປົກກະຕິປະຈໍາປີ 2020, ນອກຈາກນີ້ ຍັງໄດ້ສໍາເລັດການຄົ້ນຄວ້າວິທີແກ້ໄຂໜີ້ສິນດ້ວຍຮູບແບບອວ່າຍໜີ້ 3 ແຈ ແລະ ອອກພັນທະບັດ, ໄດ້ປະຕິບັດຜົນການກວດກາຕາມຜົນການກວດສອບ ຊຶ່ງເຫັນໄດ້ວ່າມີໂຄງການຕ້ອງຫັກລົບມູນຄ່າຈໍານວນ 180 ໂຄງການ ຊຶ່ງມີມູນຄ່າຫັກລົບສູງເຖິງ 1.861,51 ຕື້ກີບ ແລະ ຮອດທ້າຍປີ 2020 ຈະສາມາດຫັກລົບໄດ້ 578,35 ຕື້ກີບ.

ຂ່າວ: ບຸນຕຽງ ຈັນທະວົງ, ພາບ: ຈັນທະວອນ ຄຳພິລາວົງ

Leave a Reply

Your email address will not be published. Required fields are marked *