ໃນວັນທີ 27 ຕຸລາ 2020 ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດຊຸດທີ VIII, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງແຜນ ການ ແລະ ການລົງທຶນ ໄດ້ຂຶ້ນທາບທາມຮ່າງບົດລາຍງານ ການຈັດຕັ້ງປະຕິບັດແຜນພັດທະນາເສດ ຖະກິດ-ສັງຄົມ 5 ປີ ຄັ້ງທີ VIII, ແຜນງົບປະມານແຫ່ງລັດ 5 ປີ (2016-2020), ຮ່າງແຜນພັດທະ ນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX (2021-2025) ແລະ ແຜນງົບປະມານແຫ່ງລັດ 5 ປີ (2021-2025); ພ້ອມທັງຊີ້ໃຫ້ເຫັນ ການເຕີບໂຕຂອງເສດຖະກິດ ສປປ ລາວ ສະເລ່ຍ 5 ປີຜ່ານມາ (2016-2020) ເພີ່ມຂຶ້ນປະມານ 5,8% ຕໍ່ປີ, ຫລຸດຄາດໝາຍທີ່ກຳນົດໄວ້ (ມະຕິສະພາ 7,2%) ແລະ ມີທ່າອ່ຽງຫລຸດລົງໃນແຕ່ລະປີ, ແຕ່ຖ້າທຽບໃສ່ປະເທດອ້ອມຂ້າງໃນພາກພື້ນ ເຫັນວ່າຍັງຢູ່ໃນລະດັບສູງ.ສຳລັບ GDP ຕໍ່ຫົວຄົນໃນປີ 2020 ຄາດວ່າ ຈະບັນລຸ 2.664 ໂດລາສະຫະລັດ ເທົ່າກັບ 89,45% ຂອງແຜນການ (ມະຕິສະພາ 2.978 ໂດລາສະຫະລັດ) ໃນນີ້ ຂະແໜງກະສິກຳຂະຫຍາຍຕົວ 1,9% ກວມເອົາ 15,9% ຂອງ GDP (ມະຕິສະພາດັດແກ້ 3,4% ກວມ16,8% GDP); ຂະແໜງອຸດສາຫະກຳ ຂະ ຫຍາຍຕົວ 8,7% ກວມເອົາ 31,7%ຂອງ GDP (ມະຕິສະພາດັດແກ້ 9,30% ກວມ 93% GDP).

ສຳລັບຂະແໜງບໍລິການ ຂະຫຍາຍຕົວ 4,2% ກວມ 41,2% ຂອງ GDP (ມະຕິສະພາດັດແກ້ 8,10% ກວມ 35,4% GDP) ແລະ ຂະແໜງພາສີ-ອາກອນຜະລິດຕະພັນ ແລະ ການນຳເຂົ້າ 5,1% ກວມເອົາ 11,1% ຂອງ GDP (ມະຕິສະພາດັດແກ້ 5% ກວມ 8,8% GDP).

ທ່ານ ສອນໄຊ ສີພັນດອນ ໃຫ້ຮູ້ຕື່ມວ່າ: ການຈັດຕັ້ງປະຕິບັດໃນໄລຍະ 5 ປີ ຜ່ານມາພວກເຮົາຍັງມີຈຸດອ່ອນຂໍ້ຄົງຄ້າງ, ອຸປະສັກ ແລະ ສິ່ງທ້າທາຍຈຳນວນໜຶ່ງ, ໂດຍສະເພາະການຂະຫຍາຍ ຕົວຂອງເສດຖະກິດ ມີທ່າອ່ຽງຫລຸດລົງໃນແຕ່ລະປີ, ຄຸນນະພາບຂອງການເຕີບໂຕບໍ່ສູງ ຍັງເອື່ອຍອີງໃສ່ຂະແໜງຊັບພະຍາກອນທຳມະຊາດ, ການຜະລິດເປັນສິນຄ້າຍັງບໍ່ຫລາກຫລາຍ ບໍ່ທັນເປັນທ່າ ແຮງຂອງການສົ່ງອອກ.

Image may contain: 1 person, standing and suit

ພ້ອມກັນນີ້, ຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ-ເງິນຕາ ແລະ ບັນຫາໜີ້ສິນສາທາລະນະ ຍັງບໍ່ທັນສາມາດແກ້ໄຂ ໃຫ້ມີການຫັນປ່ຽນຢ່າງແຂງແຮງ ແລະ ເລິກເຊິ່ງ, ການເກັບລາຍຮັບບໍ່ກຸ້ມ ລາຍຈ່າຍພາຍໃນ, ການຂາດດູນງົບປະມານ, ບັນຫາໜີ້ສິນ, ການປະຕິບັດວິໄນແຜນການ-ການເງິນ ບໍ່ເຄັ່ງຄັດ, ຄັງສຳຮອງເງິນຕາຕ່າງປະເທດ ຕໍ່າກວ່າແຜນການທີ່ວາງໄວ້ໃນບາງໄລຍະ (ປີ 2017); ການປັບປຸງສະພາບແວດລ້ອມ ດ້ານການລົງທຶນຍັງບໍ່ທັນໄດ້ຮັບການແກ້ໄຂ ດ້ວຍນະໂຍບາຍ ແລະ ກົນໄກແບບບຸກທະລຸ, ຍັງຊັກຊ້າ, ຜ່ານຫລາຍຂອດບໍລິຫານຄຸມເຄືອ, ສັບສົນ ບໍ່ທັນໂລ່ງລ່ຽນ, ເຊິ່ງກາຍເປັນສິ່ງກົດໜ່ວງໂດຍກົງຕໍ່ຄວາມອາດສາມາດ ໃນການສ້າງແຮງດຶງດູດການລົງທຶນຈາກພາຍໃນ ແລະ ຕ່າງປະເທດ.

ພ້ອມນີ້, ການປະຕິບັດມາດຕະການຕົວຈິງ ເພື່ອຊຸກຍູ້ສົ່ງເສີມຜູ້ປະກອບການ ພາຍໃນ ໂດຍສະເພາະ SME, MSME ຍັງບໍ່ທັນມີປະສິດທິຜົນ, ບັນດາວິສາຫະກິດພາຍໃນປະເທດ ສ່ວນໃຫຍ່ຍັງອ່ອນແອ ຍັງບໍ່ທັນມີຖານການຜະລິດ, ການບໍລິການ ແລະ ການຕະຫລາດທີ່ໝັ້ນຄົງແຂງແຮງ, ລັດວິສາຫະກິດສ່ວນຫລາຍດຳເນີນທຸລະກິດທີ່ຂາດທຶນ ແລະ ເຮັດໃຫ້ມີໜີ້ສິນຄຸມເຄືອ. ການເສີມຂະຫຍາຍ, ນຳໃຊ້ທ່າແຮງ ແລະ ຄວາມອາດສາມາດບົ່ມຊ້ອນ ດ້ານຊັບພະຍາກອນທຳມະຊາດ, ທີ່ຕັ້ງພູມສັນຖານ ແລະ ປັດໄຈອື່ນໆຂອງຊາດ ຄຽງຄູ່ກັບການໃຊ້ກາລະໂອກາດ, ເງື່ອນໄຂໃໝ່ໆທີ່ເກີດຈາກການຮ່ວມມືສາກົນ ຍັງບໍ່ທັນແຂງແຮງ, ກົງກັນຂ້າມການປົກປັກຮັກສາສິ່ງແວດລ້ອມ

ຈາກການນຳໃຊ້ຊັບພະຍາກອນທຳມະຊາດ ຍັງບໍ່ຮັດກຸມເທົ່າທີ່ຄວນ; ການກໍ່ສ້າງ ແລະ ຍົກລະດັບດ້ານວິຊາການ-ເຕັກນິກ ໃນຫລາຍຂົງເຂດຍັງບໍ່ສາມາດຕອບສະໜອງຄວາມຕ້ອງການ ຂອງບັນດາໂຄງການ ພັດທະນາໃນແຕ່ລະໄລຍະ; ປະກົດການຫຍໍ້ທໍ້ໃນສັງຄົມ ຍັງຄຸມເຄືອບໍ່ທັນແກ້ໄຂໄດ້ຢ່າງຂາດຕົວ, ການປົກປ້ອງຕຳແໜ່ງງານໃຫ້ຄົນລາວ ຍັງບໍ່ທັນໄດ້ຮັບການປະຕິບັດຢ່າງແຂງແຮງ, ການແກ້ໄຂແຮງງານບໍ່ຖືກກົດໝາຍຈາກຕ່າງປະເທດ, ການຄຸ້ມຄອງຄົນລາວໄປອອກແຮງງານຢູ່ຕ່າງປະເທດ ຍັງບໍ່ທັນຮັດກຸມ, ສະພາບຄວາມແຕກໂຕນທາງສັງຄົມ ລະຫວ່າງກຸ່ມຄົນຮັ່ງ ແລະ ຄົນທຸກມີທ່າອ່ຽງຫຍັບອອກຫ່າງກັນ, ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ເຖິງວ່າໄດ້ເອົາໃຈໃສ່ແຕ່ກໍຍັງບໍ່ແທດເຖິງ ແລະ ບໍ່ທັນເຂົ້າສູ່ລວງເລິກເທົ່າທີ່ຄວນ.

ນອກຈາກນີ້, ການບໍລິຫານ ແລະ ຄຸ້ມຄອງສັງຄົມຕາມກົດໝາຍ ບໍ່ທັນເຂັ້ມງວດເທົ່າທີ່ຄວນ, ຍັງມີ ປະກົດການລະເມີດກົດໝາຍ, ການປະຕິບັດຄຳຕັດສິນຂອງສານບາງກໍລະນີ ຍັງບໍ່ທັນໃຊ້ໄດ້ຢ່າງເດັດຂາດ, ການກ້າວກ່າຍຂອງການຈັດຕັ້ງ ຫລື ບຸກຄົນໃນຂະບວນບໍລິຫານລັດ ແລະ ຂະບວນຍຸຕິທຳ ຍັງບໍ່ທັນໄດ້ຮັບການແກ້ໄຂຢ່າງເຖິງຖອງ; ພະນັກງານຈຳນວນໜຶ່ງ ຍັງຂາກຄວາມຮັບຜິດຊອບ ແລະ ຍັງມີປະກົດການສວຍໃຊ້ໜ້າທີ່ຕຳແໜ່ງ ເພື່ອຜົນປະໂຫຍດສ່ວນຕົວທາງກົງ ຫລື ທາງອ້ອມ, ການຊັບຊ້ອນຈັດວາງພະນັກງານຢູ່ແຕ່ລະຂັ້ນ ຢູ່ບາງຂົງເຂດວຽກງານ ຍັງບໍ່ທັນສາມາດສ້າງການຫັນ ປ່ຽນແບບບຸກທະລຸ ແລະ ເລິກເຊິ່ງແທ້.ຂ່າວ: ມະນີທອນ, ພາບ: ອ່າຍຄຳ, ຂັນໄຊ

LEAVE A REPLY

Please enter your comment!
Please enter your name here